leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ວັນທີ 2 ​ສິງຫາ, ສ.ອາ​ເມ​ລິ​ກາ ​ໄດ້​ອົບ​ພະຍົບ​ປະຊາຊົນຫລາຍກວ່າ 8.000 ຄົນໃນເຂດຣີເວີຣໄຊທາງພາກໃຕ້ຂອງລັດ ແຄລີຟໍເນຍ ​ເພື່ອ​ໄປ​ຍັງສະຖານ​ທ່ີປອດໄພ, ຫລັງຈາກໄຟໄໝ້ປ່າທີ່ພວມລຸກລາມຢ່າງຮຸນແຮງຢູ່ທາງພາກຕາເວັນອອກຂອງນະຄອນລອດແອນເຈີລິສ. ​ໄຟ​ໄໝ້​ປ່າ​ຄັ້ງນີ້ໄດ້ເຜົາທຳລາຍເຮືອນຊານປະຊາຊົນ ແລະເນື້ອ​ທ່ີເກືອບ 2.000 ເຮັກຕາ. ສຳນັກງານດັບເພີງເຂດຣີເວີຣໄຊ ແລະກົມຄຸ້ມຄອງປ່າໄມ້ ແລະໄຟໄໝ້ປ່າຂອງລັດແຄລິຟໍເນຍ ລາຍງານວ່າ: ປັດຈຸບັນ, ເຈົ້າໜ້າທີ່ດັບເພີງຍັງບໍ່ສາມາດຄວບຄຸມ​ແປວ​ໄຟ​ດັ່ງກ່າວ.

ເນື້ອໃນ: ຂປລ