ນີ້ແມ່ນຖະແຫຼງການທີ່ WHO ຍົກອອກມາພາຍຫຼັງຄະນະກໍາມະການສຸກເສີນຂອງອົງການນີ້ຈັດກອງປະຊຸມເພື່ອຕີລາຄາກ່ຽວກັບສະພາບການຂອງພະຍາດໂຄວິດ-19 ໃນ 6 ເດືອນນັບແຕ່ເມື່ອປະກາດພາວະສຸກເສີນທົ່ວໂລກ.

leftcenterrightdel
ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO. ພາບ: AFP.

WHO ໃຫ້ຮູ້ວ່າ, ຄະນະກໍາມະການສຸກເສີນກໍ່ກ່າວເຕືອນກ່ຽວກັບຄວາມສ່ຽງອາດຈະເກີດຄວາມຫຍຸ້ງຍາກຢູ່ປະເທດຕ່າງໆຍ້ອນແຮງດັນທາງດ້ານເສດຖະກິດ-ສັງຄົມ. ນອກຈາກນັ້ນ, WHO ກໍ່ໃສ່ໃຈເຖິງຄວາມສໍາຄັນຂອງບັນດາຄວາມມານະພະຍາຍາມຮັບມືກັບພະຍາດໂຄວິດ-19 ຂອງປະຊາຄົມ, ບັນດາປະເທດ, ພາກພື້ນ ແລະທົ່ວໂລກ. ສ່ວນທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ຖືວ່າຜົນສະທ້ອນຈາກພະຍາດໂຄວິດ-19 ຈະແກ່ຍາວ. ທ່ານ Tedros Adhanom Ghebreyesus ເນັ້ນໜັກວ່າ “ພະຍາດໂຄວິດ-19 ແມ່ນວິກິດການດ້ານສຸຂະພາບ ເຊິ່ງມັນເກີດຂຶ້ນພຽງແຕ່ເທື່ອດຽວໃນສະຕະວັດ ແຕ່ບັນດາຜົນກະທົບຂອງມັນຍັງຈະຮູ້ສຶກໄດ້ໃນຫຼາຍທົດສະວັດຈະມາເຖິງ”.

ໂດຍ: ເຈິ່ນຮວ່ຽນ