leftcenterrightdel
ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev. ພາບ: AFP/TTXVN.

ໃນການຕອບສຳພາດຕໍ່ວົງການນັກຂ່າວເຊິ່ງໄດ້ຖ່າຍຖອດສົດ, ທ່ານນາຍົກລັດຖະມົນຕີ Dmitry Medvedev ຄາດຄະເນວ່າ ອີຢູ ໄດ້ເສຍເງິນປະມານ 110,95 ຕື້ - 221,89 ຕື້ໂດລາສະຫະລັດ, ພາຍຫຼັງສະຫະພັນນີ້ຈັດວາງບັນດາມາດຕະການລົງໂທດທາງດ້ານເສດຖະກິດລັດເຊຍ ເມື່ອປີ 2014. ວົງເງິນການຄ້າລະຫວ່າງລັດເຊຍ ແລະອີຢູ ກໍ່ຖືກຫຼຸດຈາກລະດັບ 417 ຕື້ໂດລາສະຫະລັດ ລົງເຫຼືອປະມານ 250 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີລັດເຊຍ ປາດຖະໜາວ່າ, ຄວາມເຄັ່ງຕຶງດ້ານການຄ້າຈະຢຸດຕິລົງ ແລະບັນດາມາດຕະການຈຳກັດຈະຖືກລົບລ້າງ.

ແຫຼ່ງຄັດຈາກ: vovworld.vn