leftcenterrightdel
ວາລະກອງປະຊຸມຂອງສະພາແຫ່ງຊາດອາເມລິກາ ຢູ່ ວໍຊິງຕັນ. ພາບ: Washington Examiner/ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດອາເມລິກາ ມີການກະທຳຄືດັ່ງກ່າວ. ເນື້ອໃນໃໝ່ໄດ້ຮັບຮູ້ຄວາມສຳຄັນຂອງຄວາມມານະພະຍາຍາມທາງການທູດໃນເລື່ອງບັນລຸໄດ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ຖືວ່າເລື່ອງສິ້ນສຸດສົງຄາມຢ່າງເປັນທາງການແມ່ນປັດໄຈຫຼັກແຫຼ່ງມຸ່ງໄປສູ່ເປົ້າໝາຍນີ້.

ທ່ານນາງ Christine Ahn ຜູ້ອຳນວຍການອົງການ Women Cross DMZ ໃຫ້ຂໍ້ສັງເກດວ່ານີ້ແມ່ນສັນຍານຢ່າງຈະແຈ້ງທີ່ສະແດງໃຫ້ເຫັນວ່າຊາວອາເມລິກາ ຢາກຢຸດຕິການປະທະກັນນີ້ ແລະ ເລື່ອງຢຸດຕິການເປັນປໍລະປັກກັນທີ່ແກ່ຍາວເປັນເວລາຫຼາຍສິບປີນັ້ນດ້ວຍຂໍ້ຕົກລົງສັນຕິພາບແມ່ນວິທີການອັນໜຶ່ງດຽວເພື່ອແກ້ໄຂວິກິດການດ້ານນິວເຄຼຍໃນປັດຈຸບັນ.

ແຫຼ່ງຄັດຈາກ: vovworld.vn