ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດວັດທະນະທຳ ແລະອາຫານການກິນ ອາຊຽນ 2025 ຢູ່ ອິນເດຍ
ກປ.ອອນໄລ - ຮ້ານສິນຄ້າຂອງຫວຽດນາມ ໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ, ດ້ວຍບັນດາເຍື່ອງອາຫານທີ່ມີຊື່ສຽງ, ຄື: ເຝີ, ແນມຈືນ, ກາເຟ.
ຕອນບ່າຍວັນທີ 11 ຕຸລາ, ງານຕະຫຼາດນັດວັດທະນະທຳ ແລະອາຫານການກິນອາຊຽນ 2025 (ASEAN Bazaar 2025) ໄດ້ໄຂຂຶ້ນຢູ່ນະຄອນຫຼວງນິວເດລີ ຂອງອິນເດຍ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ Dato' Muzafar Shah Mustafa, ຂ້າຫຼວງໃຫຍ່ມາເລເຊຍ ປະຈໍາ ອິນເດຍ ເນັ້ນໜັກວ່າ ງານຕະຫຼາດນັດວັດທະນະທຳ ແລະອາຫານການກິນອາຊຽນ ບໍ່ພຽງແຕ່ແມ່ນກິດຈະກຳດ້ານວັດທະນະທຳ - ອາຫານການກິນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກອັນມີຊີວິດຊີວາຂອງຈິດໃຈເປັນເອກະພາບ, ສາມັກຄີ ແລະການຮ່ວມມື - ບັນດາຄຸນຄ່າຫຼັກແຫຼ່ງທີ່ສ້າງເປັນເອກະລັກສະເພາະຂອງປະຊາຄົມອາຊຽນ.
    |
 |
ລາຍການສະແດງ ເສື້ອຍາວຂອງຄະນະຜູ້ແທນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ງານຕະຫຼາດນັດ, ບັນດາປະເທດໄດ້ແນະນຳບັນດາຜະລິດຕະພັນພິເສດພື້ນເມືອງ, ຜະລິດຕະພັນຫັດຖະກຳ ແລະບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍເອກະລັກສະເພາະຂອງຊາດ. ຮ້ານສິນຄ້າຂອງຫວຽດນາມ ໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ, ດ້ວຍບັນດາເຍື່ອງອາຫານທີ່ມີຊື່ສຽງຂອງຫວຽດນາມ, ຄື: ເຝີ, ແນມຈືນ, ກາເຟ....
ໂດຍ: ຈາງຫງວຽນ