ຄາວມີອາຍຸ 10 ປີ ທ່ານ ຈື ໄດ້ເລີ່ມຮຽນຕົວໜັງສືຈາກພໍ່ປູ່ ແລະບັນດາຜູ້ເຖົ້າຜູ້ແກ່ໃນບ້ານ. ສຳລັບທ່ານແລ້ວ ນອກຈາກການຈົດກ່າຍ, ຕົວໜັງສືຢ້າວເດີມ ໄດ້ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ ຊ້ອນແຝງພູມປັນຍາຊ່ວຍໃຫ້ຜູ້ຄົນທັງຫຼາຍຮູ້ຈັກເຖິງສິ່ງທີ່ດີ ຄວາມເປັນທຳ ແລະ ຮີດຄອງປະເພນີຂອງເຜົ່າຕົນ. ຕົວໜັງສືຢ້າວເດີມ ມີບົດບາດສຳຄັນທີ່ສຸດໃນຊີວິດວັດທະນະທຳທາງດ້ານຈິດວິນຍານ ໃນນັ້ນສິ່ງທີ່ເປັນສັກກາລະບູຊາທີ່ສຸດ ແມ່ນພິທີປະດັບຍົດ ເຊິ່ງເປັນຂີດໝາຍບາດກ້າວເຕີບໃຫຍ່ຂອງເພດຊາຍເຜົ່າຢ້າວ. ແຕ່ເຖິງຢ່າງໃດກໍ່ຕາມການດຳລົງຊີວິດໃນຍຸກທັນສະໄໝກໍ່ມີຊາວເຜົ່າຢ້າວຫຼາຍຄົນພິເສດແມ່ນໄວໜຸ່ມບໍ່ຮູ້ອ່ານບໍ່ຮູ້ຂຽນຕົວໜັງສືຢ້າວເດີມ. ທ່ານ ຈື ມີຄວາມເປັນຫ່ວງວ່າ ຈະຮອດມື້ໃດມື້ໜຶ່ງ, ປຶ້ມບູຮານຫຼາຍເຫຼັ້ມ ທີ່ເປັນສິ່ງທີ່ຍອດຍິ່ງ ແລະ ວິຍານຂອງເຜົ່າຢ້າວຈະບໍ່ມີໃຜອ່າຍອີກແລ້ວ. ເພາະສະນັ້ນທ່ານໄດ້ຕັດສິນໃຈເປີດຊຸດຮຽນ ແລະ ຂົນຂວາຍຊາວບ້ານແຕ່ລະຄົນມາຮຽນ. ທ່ານ ຈືໃຫ້ຮູ້ວ່າ:

“ຄວາມຫວັງຢ່າງຍິ່ງຂອງຊຸດຮຽນແມ່ນເພື່ອຊ່ວຍເຫຼືອໃຫ້ຊາວບ້ານຮູ້ຂຽນຕົວໜັງສື, ມີມາລະຍາດ, ສາມາດຮັກສາສີສັນສັດທະນະທຳຂອງເຜົ່າຕົນ ເຊິ່ງແມ່ນມໍລະດົກຂອງຊາວເຜົ່າຢ້າວ”.

leftcenterrightdel
ທ່ານ ຮວ່າງທົງຈື ພວມສອນຕົວໜັງສືຢ້າວເດີມໃຫ້ຊາວບ້ານ. ພາບ: vovworld.vn

ເມື່ອຫາກໍ່ເປີດຊຸດຮຽນ, ມີຫຼາຍຄົນກໍ່ບໍ່ສົນໃຈຍ້ອນວ່າເຂົາເຈົ້າຂີ້ຄ້ານຮຽນ ແລະ ຂ້ອງຄາກັບການໄປເຮັດໄຮ່ໄຖນາ. ທ່ານ ຈື ຕ້ອງໄດ້ມີຄວາມມານະອົດທົນພະຍາຍາມຊ່ວຍໃຫ້ທຸກໆຄົນສາມາດເຂົ້າໃຈໄດ້ເຖິງຄວາມສຳຄັນຂອງຕົວໜັງສືຢ້າວເດີມ ແລະ ບັນດາຄຸນຄ່າວັດທະນະທຳທີ່ຝາກຝັງໃນແຕ່ລະຕົວອັກສອນ. ມາຮອດປັດຈຸບັນກໍ່ເປັນປີທີ 7 ແລ້ວ, ຊຸດຮຽນໄດ້ເຄື່ອນໄຫວຢ່າງສະເໝີໃນແຕ່ລະຕອນຄ່ຳ. ຊຸດຮຽນກໍ່ດຶງດູດທັງນັກຮຽນມາຈາກບ້ານໃກ້ຄຽງ ຊ້ຳບໍ່ໜຳຢູ່ແຂວງອື່ນໆ ກໍ່ໄດ້ມາຮ່ວມ. ມີນັກຮຽນຫຼາຍກວ່າ 20 ຄົນ ຈາກເດັກນ້ອຍຕະຫຼອດຜູ້ເຖົ້າຜູ້ແກ່ກໍ່ພ້ອມກັນນັ່ງຮຽນຕົວໜັງສືດ້ວຍຄວາມເອກອ້າງທະນົງໃຈ. ນ້ອງ ຈ້ຽວຈຸງເກື່ອງ ນັກຮຽນຊຸດທີ 6 ແບ່ງປັນວ່າ:

“ຫຼານກໍ່ມັນຮຽນຕົວໜັງສືຂອງເຜົ່າຢ້າວຕົນທີ່ສຸດ. ຫຼານຈະພະຍາຍາມຮຽນເພື່ອຕອບສະໜອງຄວາມລໍຄອຍຂອງພໍ່ແມ່ ແລະ ເພື່ອສືບທອດສີສັນຂອງເຜົ່າຕົນ”.

ສ່ວນທ່ານ ຈ້ຽວຕ໊ຽນເຖາະ ເປັນນັກຮຽນຜູ້ອາຍຸສູງໃນຊຸດຮຽນກໍ່ມີຄວາມນິຍົມນັບຖືຕໍ່ຄວາມສຸດຈິດສຸດໃຈຂອງທ່ານ ຈື ເພື່ອຮັກສາຕົວໜັງສືຂອງເຜົ່າຕົນ. ບໍ່ພຽງແຕ່ເທົ່ານັ້ນທ່ານ ຈື ຍັງສ້າງເຂດວັດທະນະທຳແຫ່ງທີ່ເຜົ່າຢ້າວໄດ້ພົບກັນແລກປ່ຽນພູມປັນຍາ. ທ່ານ ເຖາະ ເປີດເຜີຍວ່າ:

“ຊຸດຮຽນຕົວໜັງສືຢ້າວເດີມແມ່ນສຳຄັນທີ່ສຸດສຳລັບຂ້າພະເຈົ້າ ແລະ ທັງວົງຄະນາຍາດຊາວເຜົ່າຢ້າວ, ຮຽນຕົວໜັງສືນີ້ແມ່ນສຳຄັນທີ່ສຸດ ເພື່ອສາມາດເຂົ້າໃຈໄດ້ເຖິງບັນດາຄຳປະໂຫຍກທີ່ມີຄວາມໝາຍຂອງຊາວເຜົ່າຢ້າວ. ຂ້າພະເຈົ້າມີຄວາມຫວັງອ້າຍຄູມີສຸຂະພາບແຂງແຮງ ເພື່ອສືບຕໍ່ສອນໃຫ້ທຸກໆໃນບ້ານຮູ້ຂຽນຕົວໜັງສືຢ້າວເດີມ”.

ມາຮ່ວມຊຸດຮຽນຂອງທ່ານ ຈື ເຖິງວ່າ ແມ່ນຊາວໜຸ່, ເດັກນ້ອຍຕະຫຼອດຮອດຜູ້ເຖົ້າຜູ້ແກ່ ກໍ່ລ້ວນແຕ່ມີຄວາມພູໃຈ. ຈາກຄວາມສຸດຈິດສຸດໃຈຂອງອ້າຍຄູຄົນໜຶ່ງ, ບ້ານ ກວນ ໄດ້ສ້າງຂະບວນການຮັກສາຕົວໜັງສືຂອງເຜົ່າຕົນ. ໃນຊີວິດຍຸກທັນສະໄໝ ໃນຂະນະທີ່ຄຸນຄ່າປະເພນີຖືກຫຼົງລືມ, ຊຸດຮຽນຕົວໜັງສືຢ້າວເດີມ ຢູໂນນພູແຫ່ງນີ້ປຽບເໝືອນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ພະລັງຊີວິດທາງດ້ານວັດທະນະທຳ. ນີ້ແມ່ນແຫ່ງທີ່ບັນດາຕົວໜັງສືບູຮານຍັງຄົງໄດ້ຮັບການຖະນຸຖະໜອມ, ແມ່ນແຫ່ງທີ່ສີສັນບໍ່ພຽງແຕ່ຖືກຮັກສາເທົ່ານັ້ນ ຫາກນຍັງໄດ້ຮັບການສືບຖອດແຜ່ກະຈາຍຕາມການເວລາ.

ແຫຼ່ງຄັດຈາກ: vovworld.vn