leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຕາມບົດຂຽນແລ້ວ, ປີ 2024 ຈະແມ່ນປີທ່ອງທ່ຽວຂອງອາຊີ, ໃນນັ້ນທຸກຄວາມເອົາໃຈໃສ່ຂອງນັກທ່ອງທ່ຽວສາກົນຈະຫຼັ່ງໄຫຼເຂົ້າມາທ່ຽວຢູ່ ຫວຽດນາມ. ດັ້ງເດີມ ຫວຽດນາມ ໄດ້ຂະໜານນາມວ່າເປັນ “ເປັນເກາະແຫ່ງໄຂ່ມຸກຂອງອາຊີຕາເວັນອອກສ່ຽງໃຕ້” ແຕ່ຫຼາຍປີມາແລ້ວ, ຍັງສືບຕໍ່ປະກາຍແສງສະຫວ່າງດ້ວຍທິວທັດທຳມະຊາດທີ່ສວຍງາມ ແລະໃຫຍ່ໂຕມະໂຫຖານທີ່ສຸດໃນພາກພື້ນ, ດ້ວຍພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນຕ່າງໆ. ດ້ວຍອັດຕາອາດຊະຍາກຳຢູ່ໃນລະດັບຕ່ຳ ແລະສະຖຽນລະພາບດ້ານການເມືອງທີ່ເປັນໜ້າປະທັບໃຈ, ບົດຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີຄວາມປອດໄພ ແລະໝັ້ນຄົງກວ່າຫຼາຍປະເທດໃນໂລກ. ເມື່ອຕີລາຄາກ່ຽວກັບຄຸນຄ່າດ້ານການທ່ອງທ່ຽວ, ບົດຂຽນຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດນັດພົບທີ່ຈັບອົກຈັບໃຈທີ່ສຸດຢູ່ອາຊີ. ສຳລັບຜູ້ທີ່ຢາກມາທ່ອງທ່ຽວ, ຄົ້ນຫາທຳມະຊາດ ແລະວັດທະນະທຳທ້ອງຖິ່ນທີ່ເປັນເອກະລັກນັ້ນຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດ.

ໂດຍ: ທະນາພອນ