leftcenterrightdel
ການສະແດງຂອງນັກໂດດຈ້ອງ. ພາບ: vov.vn

ວັນທີ 8 ຕຸລາ, ຢູ່ນະຄອນຮ້າລອງ, ແຂວງກວາງນິງ, ບໍລິສັດຫຸ້ນສ່ວນການຄ້າການບໍລິການໂດ໊ຢາງ ສົມທົບກັບບໍລິສັດຫຸ້ນສ່ວນການສື່ສານຈັດເຫດການ ແລະງານບຸນບາລູນສາກົນ KingSky ໄດ້ດຳເນີນສະຖິຕິ “ໂດດຈ້ອງແບບຕິດເຄື່ອງຈັກ (paramotor) ທີ່ບິນເປັນກຸ່ມຫຼາຍທີ່ສຸດຢູ່ ຫວຽດນາມ”.

ເຫດການແມ່ນເພື່ອແນໃສ່ແນະນຳຄວາມງາມຂອງອ່າວຮ້າລອງ, ແຂວງກວາງນິງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະສາກົນ. ມີນັກໂດດຈ້ອງ 80 ຄົນ ແລະ 60 ຈ້ອງຕິດເຄື່ອງຈັກໄດ້ສະແດງດ້ວຍບັນດາເຕັກນິກທີ່ງາມຕາ ແລະເປັນມືອາຊີບ. ນີ້ແມ່ນຈຳນວນນັກໂດດຈ້ອງ, ແບບຕິດເຄື່ອງຈັກຫຼາຍທີ່ສຸດທີ່ໄດ້ສະແດງຢູ່ຫວຽດນາມ. ສູນຢັ້ງຢືນສະຖິຕິຫວຽດນາມ ໄດ້ມອບໃບຢັ້ງຢືນບັນລຸລະດັບສະຕິຖິໃຫ້ແກ່ບັນດານັກທີ່ໂດດຈ້ອງເຂົ້າຮ່ວມເຫດການ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ