ດ້ວຍພູເຂົາປ່າໄມ້ ແລະທະເລໝູ່ເກາະ, ອ່າວຮ້າລອງ - ໝູ່ເກາະກາດບ່າ ມີລະດັບຄວາມຫຼາຍຮູບຫຼາຍແບບສູງຂອງອາຊີ, ມີ 7 ລະບົບນິເວດທະເລ-ເກາະ, ເຂດຮ້ອນ, ເກິ່ງເຂດຮ້ອນເຊື່ອມຕໍ່ກັນພັດທະນາ. ອ່າວຮ້າລອງ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກທຳມະຊາດໂລກ 2 ຄັ້ງໃນປີ 1994 ແລະ 2000.

leftcenterrightdel
ມູມໜຶ່ງຂອງເກາະ ກາດບ່າ. ພາບ: Vietnamnet.vn

ທີ່ກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການມໍລະດົກໂລກທີ່ຈັດຂຶ້ນຢູ່ Riyadh ຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງ ແລະ 21 ປະເທດສະມາຊິກຄະນະກຳມະການມໍລະດົກໂລກ ເພື່ອສະໜອງຂໍ້ມູນຂ່າວສານ, ໃຫ້ຄຳໝັ້ນສັນຍາກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກພາຍຫຼັງ ໄດ້ຈົດໃສ່ບັນຊີລາຍຊື່ມໍລະດົກໂລກ. ບັນດານັກຊ່ຽວຊານ, ນັກວິທະຍາສາດສາກົນ ແລະປະເທດສະມາຊິກຂອງຄະນະກຳມະການມໍລະດົກໂລກ ລ້ວນແຕ່ຕີລາຄາສູງຄຸນຄ່າມໍລະດົກ, ສະໜັບສະໜູນ ອ່າວຮ້າລອງ - ໝູ່ເກາະ ກາດບ່າ ກາຍເປັນມໍລະດົກທຳມະຊາດໂລກ, ພ້ອມທັງປາດຖະໜາໄດ້ມາຢ້ຽມຢາມມໍລະດົກໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ