ລະອຽດແມ່ນ, ແຂກທ່ອງທ່ຽວມາຢ້ຽມຢາມ, ພັກຜ່ອນໃນວັນທີ 11 ກຸມພາ (ກົງກັບວັນທີ 2 ບຸນເຕັດ) ມີປະມານ 57.300 ເທື່ອຄົນ, ສະເພາະແຂກທ່ອງທ່ຽວສາກົນປະມານ 1.123 ເທື່ອຄົນ, ບັນລຸລາຍຮັບເກືອບ 78 ຕື້ດົ່ງ. ສະເພາະໃນວັນທີ 10 ກຸມພາ (ກົງກັບວັນທີ 1 ບຸນເຕັດ), ຈຳນວນແຂກທ່ອງທ່ຽວພາຍໃນປະເທດມາຢ້ຽມຢາມກວ່າ 52.000 ເທື່ອຄົນ.

leftcenterrightdel
ບ່າເຣ້ຍ-ວູງເຕົາ ຕ້ອນຮັບແຂກທ່ອງທ່ຽວກວ່າ 130.000 ມາລະຫຼີ້ນ. ພາບ: ລືວເຊີນ

ຕາມຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ-ວູງເຕົາ ແລ້ວ, ເຖິງວ່າຈຳນວນແຂກທ່ອງທ່ຽວພາຍໃນປະເທດຍັງບໍ່ທັນຫຼາຍເທື່ອ, ແຕ່ບັນດາເມືອງ, ເທດສະບານເມືອງ ແລະນະຄອນກໍ່ໄດ້ກະກຽມເຫດການຕ່າງໆ ແລະກຳລັງຕ້ອນຮັບຢ່າງລະອຽດລະອໍເພື່ອຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມ, ພັກຜ່ອນຕາກອາກາດໃນຊຸມມື້ຈະມາເຖິງ.

ໂດຍ: ກວຽດເຕິມ