ງານວາງສະແດງ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ແລະທັດສະນີຍະພາບຫວຽດນາມ” ຈະດຳເນີນຢູ່ແຂວງດ້ຽນບຽນ ແຕ່ວັນທີ 20-24 ພຶດສະພາ. ນີ້ແມ່ນການເຄື່ອນໄຫວວັດທະນະທຳ, ທ່ອງທ່ຽວໃນຂອບເຂດປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024; ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954/7-5-2024).

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ໃນຂອບເຂດຂອງງານວາງສະແດງ, ມີເຂດວາງສະແດງໄດ້ເຮັດໃຫ້ຄຸນຄ່າມໍລະດົກຂອງຫວຽດນາມ ໂດຍອົງການວິທະຍາສາດ, ການສຶກສາ ແລະວັດທະນະທຳສະຫະປະຊາຊາດ (UNESCO) ຈົດເຂົ້າໃນບັນຊີລາຍຊື່ໂດດເດັ່ນຂຶ້ນ, ເຂດຮ່ອງຮອຍປະຫວັດສາດ, ບັນດາທັດສະນີຍະພາບທີ່ມີຊື່ສຽງກໍ່ຄືບັນດາຮູບພາບກ່ຽວກັບຊີວິດ, ການດຳເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າຫວຽດນາມ.

ເຂດວາງສະແດງຍັງໄດ້ແນະນຳບັນດາຮູບພາບທີ່ສວຍງາມຂອງທົ່ງນາຂັ້ນໄດເຂດຕາເວັນຕົກສ່ຽງເໜືອ, ໜອງບາເບ໊ (ບັກກ້ານ), ແມ່ນ້ຳເຮືອງ - ພູງຶ (ເຫ້ວ), ຕາມກົກ - ບິກດົ່ງ (ນິງບິ່ງ), ໝູ່ບ້ານຫັດຖະກຳພື້ນເມືອງ; ວັດທະນະທຳວົງຄະນະຍາດຊຸມຊົນ... ຄຽງຄູ່ກັນນັ້ນແມ່ນງານວາງສະແດງຫົວຂໍ້ສະເພາະໄດ້ແນະນຳໂດຍລວມກ່ຽວກັບຊຸດອາພອນຂອງບັນດາເຜົ່າໃນການດຳລົງຊີວິດປະຈຳວັນ, ງານບຸນ, ພິທີກຳ... ຕາມເຂດ ແລະພາກຕ່າງໆ.

ບັນດາທ້ອງຖິ່ນໄດ້ແນະນຳມໍລະດົກວັດທະນະທຳ ແລະທຳມະຊາດ, ທັດສະນີຍະພາບທີ່ພົ້ນເດັ່ນ ແລະບັນດາສະຖານທີ່ທີ່ນັກທ່ອງທ່ຽວນິຍົມຊົມຊອບ. ນອກຈາກນີ້, ຍັງໄດ້ແນະນຳຈຸດທີ່ເປັນເອກະລັກສະເພາະໃນການດຳເນີນຊີວິດວົງຄະນະຍາດຊຸມຊົນ; ໂຄສະນາຄວາມສາມາດບົ່ມຊ້ອນການທ່ອງທ່ຽວນິເວດ, ການທ່ອງທ່ຽວແບບຍືນຍົງ, ຜະລິດຕະພັນຫັດຖະກຳພື້ນເມືອງ, ສິລະປະການປຸງແຕ່ງ ແລະຜະລິດຕະພັນ.

ໂດຍ: ໄຊນີດາ