ປີນີ້, ລາຍການດຳເນີນໄປຢູ່ເຂດປູຊະນີຍະສະຖານພິເສດແຫ່ງຊາດວິຫານ ຊອກ, ເມືອງ ຊອກເຊີນ (ຮ່າໂນ້ຍ) ແມ່ນໂອກາດເພື່ອແນະນຳວັດທະນະທຳຫວຽດນາມ ເຖິງຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ຫວຽດນາມ, ທັງແມ່ນກາລະໂອກາດເພື່ອພົບປະ, ພົບປະແລກປ່ຽນວັດທະນະທໍາແນໃສ່ເພີ່ມທະວີນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນຫວຽດນາມ ແລະເພື່ອນມິດສາກົນ.

ຊອກຮູ້ ແລະເຂົ້າໃຈກວ່າກ່ຽວກັບວັດທະນະທຳຫວຽດນາມ

ເຖິງວ່າໄດ້ດຳລົງຊີວິດຢູ່ຫວຽດນາມ ມາຫຼາຍປີ ແລະເປັນຫົວໜ້າຄະນະການທູດ ປະຈຳ ຫວຽດນາມ, ທ່ານ Saadi Salama ເອກອັກຄະລັດຖະທູດປາແລັດສະຕີນ ຍັງເຂົ້າຮ່ວມລາຍການທ່ອງທ່ຽວມິດຕະພາບຍາມລະດູບານໃໝ່ ປີ 2024. ທ່ານຮູ້ສຶກດີໃຈຫຼາຍເມື່ອໄດ້ຊອກຮູ້ສະຖານທີ່ປະຫວັດສາດທີ່ຕິດພັນກັບມູນເຊື້ອອັນສະຫງ່າລາສີຂອງຫວຽດນາມ ໃນການຕໍ່ສູ້ຕ້ານສັດຕູ, ປົກປັກຮັກສາປະເທດຊາດ.

leftcenterrightdel
ການນຳນະຄອນຮ່າໂນ້ຍ ແລະແຂກສາກົນໄດ້ປະສົບກັບການຫໍ່ເຂົ້າຕົ້ມ. ພາບ: ທູຮ່ຽນ

ຢູ່ຮ້ານຂາຍເຂົ້າຕົ້ມ ຫາຍອຽນ, ເອື້ອຍ ຫງວຽນທິອຽນ, ເຈົ້າຂອງຮ້ານ ໄດ້ເຊື້ອເຊີນແຂກຊີມເຂົ້າຕົ້ມແຊບໃໝ່ທີ່ແຊບຫອມ. ເອື້ອຍ ໄດ້ແນະນຳໃຫ້ແຂກວິທີເລືອກເອົາວັດຖຸເຄື່ອງປຸງແຕ່ງຢ່າງລະອຽດ. ພາຍຫຼັງຫໍ່ເຂົ້າຕົ້ມສຳເລັດດ້ວຍການຊ່ວຍເຫຼືອຂອງເອື້ອຍ ຫງວຽນທິອຽນ, ທ່ານ Yonemori Shinsuke, ເລຂາທິການຜູ້ທີສອງຂອງສະຖານທູດຍີ່ປຸ່ນ ໄດ້ແບ່ງປັນວ່າ: “ນີ້ແມ່ນວຽກງານທີ່ຈັບໃຈແທ້ໆ. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຫວຽດນາມ. ປີໜ້າ ຂ້າພະເຈົ້າກໍ່ຈະຫໍ່ເຂົ້າຕົ້ມ ເພາະວ່າຍີ່ປຸ່ນ ມີເຂົ້າໜົມຫຼາຍຊະນິດທີ່ເຮັດຈາກເຂົ້າໜຽວ ແຕ່ບໍ່ມີຊະນິດໃດໃຈເຄັມຄືເຂົ້າຕົ້ມຂອງຫວຽດນາມ.”

ຢູ່ຮ້ານວາງສະແດງຮູບພາບດ້ວຍເຂົ້າສານ, ທ່ານ Ralph Anselm Guzman Dorsey, ທີ່ປຶກສາທູດການຄ້າຂອງສະຖານທູດ ໂດມິນິກາ, ໄດ້ນິຍົມຮູບພາບທີ່ເຮັດດ້ວຍເຂົ້າສານຫວຽດນາມ. ພາຍຫຼັງຖ່າຍຮູບພ້ອມກັບຮູບພາບທີ່ເຮັດດ້ວຍເຂົ້າສານແລ້ວ, ທ່ານ Ralph Anselm Guzman Dorsey ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມາຫວຽດນາມ ໃນວັນທີ 1 ກຸມພາ ປີ 2024, ສໍາລັບຂ້າພະເຈົ້າ ຮ່າໂນ້ຍ ແມ່ນສິ່ງທີ່ໃໝ່ອ່ຽມ. ຄວາມຮູ້ຂອງຂ້າພະເຈົ້າກ່ຽວກັບຫວຽດນາມ ພຽງແຕ່ຜ່ານປື້ມປະຫວັດສາດ ແລະການພົບປະສະໜິດສະໜົມກັບເພື່ອນມິດຫວຽດນາມ ບາງຄົນ. ຂ້າພະເຈົ້າຮູ້ສຶກຈັບໃຈຕໍ່ການທ່ອງທ່ຽວນີ້, ເພາະວ່ານີ້ແມ່ນເຫດການທຳອິດທີ່ກ່ຽວຂ້ອງເຖິງວັດທະນະທຳຂອງຂ້າພະເຈົ້າຢູ່ຫວຽດນາມ.”

ຊຸກຍູ້ການພົບປະແລກປ່ຽນ ແລະກາລະໂອກາດພັດທະນາ

ດ້ວຍຄໍາໝັ້ນສັນຍາຈະກັບຄືນຫວຽດນາມ, ທ່ານ Ralph Anselm Guzman Dorsey ໃຫ້ຮູ້ວ່າ: “ຂ້າພະເຈົ້າຮູ້ສຶກວ່າ ເມືອງ ຊອກເຊີນ ສາມາດດຶງດູດນັກທ່ອງທ່ຽວທີ່ມາຈາກປະເທດຂ້າພະເຈົ້າມາຢາມ. ສິ່ງນັ້ນຈະດີກວ່າອີກຖ້າຫາກໃນລາຍການທ່ອງທ່ຽວການອະທິບາຍລະອຽດກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງ ຊອກເຊີນ ທີ່ມີຕໍ່ຫວຽດນາມ.”

ສ່ວນທ່ານ Saadi Salama ຖືວ່າ ລາຍການທ່ອງທ່ຽວມິດຕະພາບຍາມລະດູບານໃໝ່ບໍ່ພຽງແຕ່ແມ່ນເຫດການທຳມະດາເທົ່ານັ້ນ ຫາກໄດ້ກາຍເປັນກິດຈະກຳພົບປະແລກປ່ຽນວັດທະນະທຳທີ່ໄດ້ຮັບຄວາມສົນໃຈ, ລໍຖ້າໃນແຕ່ລະປີ, ແມ່ນໂອກາດພິເສດເພື່ອໃຫ້ຊາວຕ່າງປະເທດທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ຮ່າໂນ້ຍ ມີໂອກາດເພື່ອເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດ ແລະວັດທະນະທຳຂອງປະເທດຫວຽດນາມ ສວຍງາມ. ທ່ານ Saadi Salama ໃຫ້ຮູ້ວ່າ: “ການຢ້ຽມຢາມວິຫານ ຊອກ ຍັງແມ່ນກາລະໂອກາດເພື່ອໃຫ້ຂ້າພະເຈົ້າຊອກຮູ້ສະຖານທີ່ປະຫວັດສາດ, ຊອກຮູ້ບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຊອກເຊີນ. ຫ່າງຈາກໃຈກາງນະຄອນຫຼວງຮ່າໂນ້ຍ ບໍ່ຮອດ 30 ກິໂລແມັດ, ຊອກເຊີນ ແມ່ນສະຖານທີ່ພັກຜ່ອນ ແລະທ່ອງທ່ຽວດີທີ່ສຸດ.”

ຕ້ອນຮັບແຂກສາກົນ, ທ່ານ ຫງວຽນງອກກີ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຫວັງວ່າ ລາຍການຈະຊ່ວຍໃຫ້ເພື່ອນມິດສາກົນມີຄວາມຮູ້ກ່ຽວກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ແລະນໍ້າໃຈຮັກແພງແຂກຄົນຂອງຊາວນະຄອນຫຼວງ ຮ່າໂນ້ຍ ກໍ່ຄືປະຊາຊົນຫວຽດນາມ, ພ້ອມທັງ ເປີດກາລະໂອກາດຮ່ວມມືໃໝ່ກັບເມືອງ ຊອກເຊີນ ໃນໄລຍະຈະມາເຖິງ. 25 ປີຜ່ານມານັບແຕ່ໄດ້ຮັບນາມມະຍົດ “ນະຄອນເພື່ອສັນຕິພາບ” ຈາກອົງການ UNESCO, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ວຽກງານພົວພັນຕ່າງປະເທດ ແລະພັດທະນາເສດຖະກິດ - ສັງຄົມຂອງນະຄອນຍັງສືບຕໍ່ນໍາໜ້າ, ຕັ້ງໜ້າພັດທະນາ, ເປີດກວ້າງການພົວພັນມິດຕະພາບ, ການຮ່ວມມື, ລະດົມການໜູນຊ່ວຍ, ການສະໜັບສະໜູນຈາກເພື່ອນມິດ ແລະຄູ່ຮ່ວມມືສາກົນ ເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງ ແລະພັດທະນາຢ່າງວ່ອງໄວ, ຍືນຍົງ, ຊຸກຍູ້ຂະບວນການເຊື່ອມໂຍງຂອງນະຄອນຫຼວງ ແລະປະເທດກັບບັນດາປະເທດໃນພາກພື້ນ ແລະໃນໂລກ, ຍົກສູງຖານະບົດບາດຂອງຮ່າໂນ້ຍ ໃນເວທີສາກົນ.”

ໂດຍ: ຈາງຫງວຽນ