leftcenterrightdel
ອ່າວ ຮ້າລອງ. ພາບ: vovworld.vn

ສື່ເອເລັກໂຕນິກ OvationNetwork (ອາເມລິກາ) ຫາກໍ່ປະກາດບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 24 ແຫ່ງທີ່ເປັນໜ້າຄວນມາຢ້ຽມຢາມໃນປີ 2024, ໃນນັ້ນມີ ອ່າວ ຮ້າລອງ, ແຂວງ ກ໋ວາງນິງ, ຫວຽດນາມ. ຕາມ OvationNetwork ແລ້ວ, ອ່າວ ຮ້າລອງ ມີລະບົບຊີວະພາບ ແລະ ພູມສັນຖານທີ່ເປັນເອກະລັກສະເພາະທີ່ສຸດໃນໂລກ. OvationNetwork ໄດ້ເນັ້ນໜັກວ່າ: ເຖິງວ່າເພື່ອນເປັນຜູ້ມັກຮັກປະຫວັດສາດ, ມັກຮັກທຳມະຊາດ, ນິຍົມອາຫານການກິນ ຫຼື ຜູ້ມັກຄົ້ນຫາ, ອ່າວ ຮ້າລອງ ສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ. ການເຄື່ອນໄຫວທ່ອງທ່ຽວທີ່ແຂກຄວນເຂົ້າຮ່ວມຢູ່ອ່າວ ຮ້າລອງ ແມ່ນທ່ຽວຊົມ ອ່າວ ດ້ວຍເຮືອໄມ້ ແລະ ຢ້ຽມຊົມ ອ່າວ ບ໋າຍຕື້ລອງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ