Carnaval ລະດູໃບໄມ້ຫຼົ່ນຮ່າໂນ້ຍ ຖືກຈັດຂຶ້ນດ້ວຍການເຂົ້າຮ່ວມຂອງ 1.500 ຄົນ ທີ່ມາຈາກບັນດາຫົວໜ່ວຍໃນນະຄອນ, ນັກຮຽນ, ນັກສຶກສາ, ສະໂມສອນ, ກອງສິລະປະ, ນັກສິລະປະ...

Festival ດຳເນີນໄປດ້ວຍຫົວຂໍ້ “ສີສັນລະດູໃບໄມ້ຫຼົ່ນ” ສະແດງໃຫ້ເຫັນສີສັນລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ. ໃນນັ້ນມີການສະແດງຂອງບັນດາເມືອງເພື່ອແນໃສ່ເຊີດຊູໝູ່ບ້ານຫັດຖະກຳ ແລະວິສາຫະກິດທ່ອງທ່ຽວຂອງນະຄອນ; ການສະແດງສິລະປະຕາມທ້ອງຖະໜົນນຳມາເຊິ່ງສີສັນທີ່ເປັນເອກະລັກສະເພາະ.

ພາຍຫຼັງພິທີເປີດແມ່ນຂະບວນແຫ່ທີດ້ວຍລາຍການສະແດງທີ່ເຕັມໄປດ້ວຍສີສັນວັດທະນະທຳ. Carnaval ລະດູໃບໄມ້ຫລົ່ນຮ່າໂນ້ຍ ດຳເນີນໄປໃນເລລາ 1,5 ຊົ່ວໂມງ, ເຊິ່ງໄດ້ດຶງດູດຄວາມເອົາໃຈໃສ່ຈາກປະຊາຊົນ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

leftcenterrightdel
ການສະແດງຟ້ອນມັງກອນຂອງເມືອງ ແທງອວາຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຂະບວນແຫ່ຟ້ອນສິລະປະ “ວາດຟ້ອນໃນເມກ”. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຂະບວນແຫ່ສິລະປະຕາມທ້ອງຖະໜົນ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຂະບວນແຫ່ລັ່ນຄ້ອງ ເຊິ່ງແມ່ນວັດທະນະທຳຂອງຊົນເຜົ່າເມື່ອງ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍ: ຈາງຫງວຽນ