ຮ່າໂນ້ຍ ລອດເຂົ້າບັນຊີລາຍຊື່ສະຖານທີ່ພັກຜ່ອນໃນລະດູໜາວທີ່ຈັບໃຈ
ໃນລະດູໜາວ, ຮ່າໂນ້ຍ ຈະມີຄວາມງາມແບບດັ່ງເດີມ, ເກົ່າແກ່ຂອງຊຸມປີ 1960, 1970. ແຂກທ່ອງທ່ຽວສາມາດມາຢາມບັນດາສະຖານທີ່ປະຫວັດສາດ, ຄື: ວັດມ໊ຽວ, ຫຼັງຈາກນັ້ນແມ່ນກິນຖ້ວຍເຝີທີ່ຮ້ອນໆ, ແຊບໆໃນບັນຍາກາດໜາວຈັດຂອງລະດູໜາວ.
    |
 |
ໜອງເກືອມ ຢູ່ຮ່າໂນ້ຍ. ພາບ: ແທັ່ງດາດ |
ບັນຊີລາຍຊື່ສະຖານທີ່ພັກຜ່ອນທີ່ຈັບໃຈໃນລະດູໜາວຂອງ US News & World Report ຫາກໍ່ປະກາດບັນຊີລາຍຊື່ 21 ສະຖານທີ່ພັັກຜ່ອນທີ່ຈັບໃຈໃນໂລກ, ໃນນັ້ນນະຄອນຫຼວງຮ່າໂນ້ຍ ຢືນອັນດັບທີ 6. US News & World Report ໄດ້ແນະນຳນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ ວ່າ ມີອາກາດດີໃນລະດູໜາວ; ອາກາດໜາວ, ຝົນໜ້ອຍ ແລະອາກາດແຫ້ງ. ໃນລະດູໜາວ, ຮ່າໂນ້ຍ ຈະມີຄວາມງາມແບບດັ່ງເດີມ, ເກົ່າແກ່ຂອງຊຸມປີ 1960, 1970. ແຂກທ່ອງທ່ຽວສາມາດມາຢາມບັນດາສະຖານທີ່ປະຫວັດສາດ, ຄື: ວັດມ໊ຽວ, ຫຼັງຈາກນັ້ນແມ່ນກິນຖ້ວຍເຝີທີ່ຮ້ອນໆ, ແຊບໆ ໃນບັນຍາກາດໜາວຈັດຂອງລະດູໜາວ. ລາຍການທ່ອງທ່ຽວຮ່າໂນ້ຍ ໃນລະດູໜາວ, ລະດູບານໃໝ່ ກໍ່ແມ່ນໂອກາດໃຫ້ແຂກທ່ອງທ່ຽວໄດ້ເຂົ້າຮ່ວມບັນດາງານບຸນມູນເຊື້ອຂອງຫວຽດນາມ, ຄື: ບຸນປີໃໝ່ປະຈຳຊາດ, ງານບຸນວັດເຮືອງ...
ບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວຈັບໃຈໃນລະດູໜາວຂອງ US News & World Report ໄດ້ສະຫຼຸບໂດຍອີງໃສ່ການໄຈ້ແຍກຂອງບັນດານັກຊ່ຽວຊານທ່ອງທ່ຽວ ແລະການຕີລາຄາຂອງຜູ້້ອ່ານ. Report ແມ່ນບໍລິສັດສື່ສານໄດ້ຜະລິດຂ່າວ, ໃຫ້ຄຳປຶກສາການບໍລິໂພກ, ຈັດອັນດັບຕາຕະລາງ ແລະໄຈ້ແຍກ. ບໍລິສັດນີ້ໄດ້ສ້າງຕັ້ງຂຶ້ນຄືການເຄື່ອນໄຫວຂອງວາລະສານເມື່ອປີ 1933.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ