ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງບັນດານະຄອນໄຕງວຽນ ແລະນະຄອນຕຸຍຮວ່າ
ກປ.ອອນໄລ - ພິທີເປີດວັນບຸນໂຄສະນາ ແລະເຊື່ອມຕໍ່ການທ່ອງທ່ຽວລະຫວ່າງບັນດານະຄອນໄຕງວຽນ ແລະ ນະຄອນຕຸຍຮວ່າ (ແຂວງ ຝູອຽນ) ດ້ວຍຫົວຂໍ້ວ່າ “ປໄລກູ ຍັງບໍ່ຈາກໄປໄດ້ຄິດຮອດ” ທີ່ດຳເນີນໃນຕອນຄ່ຳວັນທີ 14 ກໍລະກົດ ຢູ່ນະຄອນຕຸຍຮວ່າ.
ເຫດການໂດຍຄະນະກຳມະການປະຊາຊົນບັນດານະຄອນ, ຄື: ປໄລກູ (ແຂວງ ຢາລາຍ), ບວນມາທວດ (ແຂວງ ດັກລັກ), ກອນຕຸມ (ແຂວງ ກອນຕຸມ), ຢາເຫງ້ຍ (ແຂວງ ດັກນົງ) ແລະ ນະຄອນ ຕຸຍຮວ່າ ໄດ້ສົມທົບກັນຈັດຕັ້ງ.
    |
 |
ການສະແດງຄ້ອງໄຕງວຽນ. ພາບ: ສໍານັກຂ່າວສານຫວຽດນາມ. |
ບັນດາການເຄື່ອນໄຫວຕົ້ນຕໍຂອງວັນບຸນລວມມີ: ງານຕະຫຼາດນັດວາງສະແດງດ້ວຍຮ້ານວາງສະແດງ 70 ຮ້ານ ເພື່ອແນະນຳ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນທີ່ເປັນສັນຍະລັກ ແລະຜະລິດຕະພັນ OCOP ທ້ອງຖິ່ນ; ງານວາງສະແດງຮູບແຕ້ມ, ຮູບພາບແນະນຳບັນດາຜົນງານດ້ານເສດຖະກິດ, ວັດທະນະທຳ ແລະ ການທ່ອງທ່ຽວຂອງບັນດານະຄອນເຂົ້າຮ່ວມວັນບຸນ; ກອງປະຊຸມສົ່ງເສີມການທ່ອງທ່ຽວ ແລະລາຍການສໍາຫຼວດ tour ທ່ອງທ່ຽວນະຄອນຕຸຍຮວ່າ. ໃນຂອບເຂດຂອງວັນບຸນ, ຍັງໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະພິເສດຫຼາຍຢ່າງ.
ວັນບຸນໂຄສະນາ ແລະເຊື່ອມຕໍ່ການທ່ອງທ່ຽວລະຫວ່າງບັນດານະຄອນໄຕງວຽນ ກັບນະຄອນຕຸຍຮວ່າ ຈະດຳເນີນໄປຮອດວັນທີ 16 ກໍລະກົດ.
ໂດຍ: ຈາງຫງວຽນ