leftcenterrightdel
ນ້ຳຕົກຕາກ ບານໂຢກ, ແຂວງກາວບັ່ງ, ຫວຽດນາມ. ພາບ: vovworld.vn

ຫວ່າງແລ້ວນີ້, ໜັງສືພິມອັນດັບໜຶ່ງ South China Morning (SCMP) ຂອງ ຮົ່ງກົງ, ຈີນ ໄດ້ສ້າງບັນຊີລາຍຊື່ບັນດາເສັ້ນຊາຍແດນທຳມະຊາດ ໄດ້ຮັບການຕີລາຄາວ່າແມ່ນສວຍງາມທີ່ສຸດໃນໂລກ, ໃນນັ້ນມີນ້ຳຕົກຕາກ ບານໂຢກ, ແຂວງກາວບັ່ງ, ຫວຽດນາມ. ບັນດາບັນຊີລາຍຊື່ອີງໃສ່ການຕີລາຄາຂອງນັກຊ່ຽວຊານທ່ອງທ່ຽວ, ຄືດັ່ງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວ ຄວນມາຢ້ຽມຢາມໃນໄລຍະຈະມາເຖິງ. ຈຸດລວມຂອງບັນດາແຫ່ງນີ້ແມ່ນເສັ້ນຊາຍແດນທຳມະຊາດ ຄື: ແມ່ນ້ຳ, ນ້ຳຫ້ວຍ, ພູ, ນ້ຳຕົກຕາດ ມີທິດທັດທຳມະຊາດໃຫຍ່ໂຕມະໂຫຖານ, ສວຍງາມ. ໜັງສືພິມ SCMP ຂຽນວ່າ: ພາຍຫຼັງເຂົ້າມາຫວຽດນາມ, ແຂກທ່ອງທ່ຽວຈົ່ງສະຫງວນເວລາເພື່ອຄົ້ນຫາເຂດນີ້ ກ່ອນທີ່ຈະໄປສະຖານທີ່ຕໍ່ໄປ.

ປີ 2021, ວາລະສານທ່ອງທ່ຽວ ອາເມລິກາ Travel + Leisure ຂອງອາເມລິກາ ໄດ້ຄັດເລືອກນ້ຳຕົກຕາດ ບານໂຢກ ແມ່ນໜຶ່ງໃນຈຳນວນນ້ຳຕົກຕາດ 25 ແຫ່ງສວຍງາມທີ່ສຸດໃນໂລກ. ນ້ຳຕົກຕາດ ບານໂຢກ (ສ່ວນຢູ່ເຂດດິນແດນຫວຽດນາມ) ຂຶ້ນກັບຕາແສງ ດ່າມຖຸຍ, ເມືອງ ຈຸ່ງແຄງ, ແຂວງກາວບັ່ງ ຫ່າງຈາກໃຈກາງເມືອງເກືອບ 30 ກິໂລແມັດ, ເຊິ່ງລວມມີນ້ຳຕົກຕາດໃຫຍ່, ນ້ອຍມີລວງກວ້າງນັບຮ້ອຍແມັດ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ