ສະມາຄົມການທ່ອງທ່ຽວ ຍາຈາງ - ແຄງຮ່ວາ ໄດ້ວາງເປົ້າໝາຍໃນປີ 2024 ຈະຕ້ອນຮັບແຂກທ່ອງທ່ຽວ 10-11 ລ້ານເທື່ອຄົນ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ການຖະແຫຼງຂ່າວປະກາດກ່ຽວກັບການທ່ອງທ່ຽວແຄງຮ່ວາ ບັນລຸ 9 ລ້ານເທື່ອຄົນ ແລະປຸກລະດົມການກະຕຸກຊຸກຍູ້ການທ່ອງທ່ຽວດ້ວຍຫົວຂໍ້ “ການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ, ສະຖານທີ່ທ່ອງທ່ຽວໄປເພື່ອຮັກ” ໂດຍສະມາຄົມການທ່ອງທ່ຽວ ຍາຈາງ - ແຄງຮ່ວາ ຈັດຂຶ້ນໃນວັນທີ 4 ຕຸລາ, ຢູ່ແຂວງແຄງຮ່ວາ.

leftcenterrightdel
ແຂກທ່ອງທ່ຽວຕ່າງປະເທດມາທ່ຽວຍາຈາງ - ແຄງຮ່ວາ. ພາບ: Vov.vn

ລາຍການ “ການທ່ອງທ່ຽວ ຍາຈາງ - ແຄງຮ່ວາ, ສະຖານທີ່ໄປເພື່ອຮັກ” ຈະດຳເນີນໃນຕອນຄ່ຳວັນທີ 13 ຕຸລາ, ຢູ່ສະໜາມຫຼວງ 2/4, ນະຄອນ ຍາຈາງ, ແຂວງ ແຄງຮ່ວາ. ລາຍການຈະລວມມີບັນດາການສະແດງສິລະປະທີ່ພົ້ນເດັ່ນທີ່ມີການປະສົມປະສານລະຫວ່າງດົນຕີ, ແສງສີ ແລະບັນດາລາຍການສະແດງສິລະປະໂດຍບັນດານັກສິລະປິນແຖວໜ້າສະແດງ. ຜ່ານເຫດການ, ບັນດາວິສາຫະກິດທັງຢູ່ພາຍໃນ ແລະນອກແຂວງ ຈະມີໂອກາດສົມທົບກັນ, ຮ່ວມມືຊຸກຍູ້ການພັດທະນາລວມຂອງຂະແໜງການທ່ອງທ່ຽວແຂວງ ແຄງຮ່ວາ, ປະກອບສ່ວນຍົກສູງພາບພົດຂອງການທ່ອງທ່ຽວ ຍາຈາງ - ແຄງຮ່ວາ ໃນສາຍຕາຂອງເພື່ອນມິດສາກົນ. ຜ່ານເຫດການ, ແຂວງແຄງຮ່ວາສູ້ຊົນຕ້ອນຮັບແຂກທ່ອງທ່ຽວຕື່ມອີກ 1-2 ລ້ານເທື່ອຄົນ, ບັນລຸແຕ່ 10-11 ລ້ານເທື່ອຄົນໃນປີນີ້.

ໂດຍ: ກວຽດເຕິມ