ທ່ານໝໍນາງ ຫວຽນທິງອັກເຟື້ອງ ຍາດໄດ້ລາງວັນ “Nobel ອາຊີ”
ທ່ານນາງສາດສະດາຈານ, ທ່ານໝໍ ຫວຽນທິງອັກເຟື້ອງ ໄດ້ຮັບການເຊີດຊູຍ້ອນບັນດາການອຸທິດສ່ວນຊອກຫາຄວາມຈິງ ແລະ ບັນດາການທຳລາຍຂອງທາດພິດສີສົ້ມຕໍ່ສຸຂະພາບຂອງມະນຸດ, ສຸຂະພາບຈະເລີນພັນ.
ວັນທີ 31 ສິງຫາ, ກອງທຶນລາງວັນ Ramon Magsaysay, ທີ່ໄດ້ຮັບຖືວ່າແມ່ນລາງວັນ Nobel ອາຊີ, ໄດ້ປະກາດທ່ານນາງສາດສະດາຈານ, ທ່ານໝໍ ຫງວຽນທິງອັກເຟື້ອງ ຂອງ ຫວຽດນາມ, ແມ່ນ 1 ໃນຈຳນວນ 5 ບຸກຄົນ ແລະ ອົງການຈັດຕັ້ງໄດ້ຮັບການເຊີດຊູໃນປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນຄ້າຍວັນເກີດຂອງທ່ານອະດີດປະທານາທິບໍດີ ຟີລິບປິນ Ramon del Fierro Magsaysay.
    |
 |
ທ່ານໝໍ ຫງວຽນທິງອັກເຟື້ອງ ຂອງຫວຽດນາມ, ແມ່ນ 1 ໃນຈຳນວນ 5 ບຸກຄົນ ແລະອົງການຈັດຕັ້ງໄດ້ຮັບການເຊີດຊູໃນປີນີ້. ພາບ: RMA |
ຕາມຄະນະຈັດຕັ້ງມອບລາງວັນແລ້ວ, ທ່ານນາງສາດສະດາຈານ, ທ່ານໝໍ ຫງວຽນທິງອັກເຟື້ອງ ໄດ້ຮັບການເຊີດຊູຍ້ອນບັນດາການອຸທິດສ່ວນຊອກຫາຄວາມຈິງ ແລະ ບັນດາການທຳລາຍຂອງທາດພິດສີສົ້ມຕໍ່ສຸຂະພາບຂອງມະນຸດ, ສຸຂະພາບຈະເລີນພັນຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ເດີນຕາມຄວາມຍຸດຕິທຳຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.
ຄາດວ່າ, ພິທີມອບລາງວັນ Ramon Magsaysay ຄັ້ງທີ 66 ຈະຈັດຂຶ້ນໃນວັນທີ 16 ພະຈິກ, ຢູ່ໂຮງລະຄອນ Metropolitan, ມານີລາ, ປະເທດ ຟີລິບປິນ.
ແຫຼ່ງຄັດຈາກ: vovworld.vn