ໂດຍມີລັກສະນະສະເພາະພິເສດຂອງເຂດທີ່ຕິດພັນກັບປະຫວັດສາດແຫ່ງການກຳເນີດຂອງປະເທດ ເອົາລາກ, ງານບຸນ ໂກ໋ລວາ ແມ່ນງານບຸນພື້ນເມືອງທີ່ມີມາແຕ່ດົນນານ, ໂດຍມີການເຂົ້າຮ່ວມຂອງ 8 ບ້ານ, ຄື: ໂກ໋ລວາ, ວັນເຖື້ອງ, ງວ້າຍຊ໊າດ: ແມກຈ່າງ, ດ່າຍບີ, ເກົ່າກ໊າ, ຊັ່ນຢ໊າ, ຖືກືວ (ປະຈຸບັນບ້ານເຫຼົ່ານັ້ນຂຶ້ນກັບ 4 ຕາແສງ ຄື: ໂກ໋ລວາ, ຊວນແກງ, ອຸຍໂນ໊ ແລະລຽນຮ່າ). ພາຍຫຼັງພິທີກຳຫຼັກແຫ່ກ້ຽວໄປຍັງວິຫານອານເຢືອງເວືອງ ແລະພິທີແຫ່ເທວະດາ ໄດ້ຈັດຕັ້ງຢ່າງສົມກຽດແລ້ວ, ງານບຸນຍັງມີການເຄື່ອນໄຫວ, ການລະຫຼິ້ນພື້ນເມືອງຫຼາຍຢ່າງ, ຄື: ການແຂ່ງຂັນໝາກຮຸກຮູບຄົນ, ມວຍປ້ຳ, ຍິງທະນູ...

ບໍ່ພຽງແຕ່ແມ່ນໂອກາດເພື່ອສະແດງໃຫ້ເຫັນກຳລັງແຮງຂອງວົງຄະນະຍາດຊາວທ້ອງຖິ່ນເທົ່ານັ້ນ, ງານບຸນ ໂກ໋ລວາ ຍັງເປັນການສົ່ງສານກ່ຽວກັບການສຶກສາອົບຮົມມູນເຊື້ອຮັກຊາດ, ຕັກເຕືອນໃຫ້ຄົນລຸ້ນປະຈຸບັນ ແລະລຸ້ນຕໍ່ໄປ ຈົ່ງມີສະຕິລະວັງຕົວ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງບັນພະບຸລຸດປະໄວ້ໃຫ້ຢ່າງໝັ້ນຄົງ.

leftcenterrightdel
ພິທີແຫ່ກ້ຽວພື້ນເມືອງໄປຍັງວິຫານອານເຢືອງເວືອງ. ພາບ: ເງິນເຊີນ
leftcenterrightdel
ຜູ້ເຖົ້າຜູ້ແກ່ທໍາພິທີກຳຢູ່ຕໍ່ໜ້າວິຫານອານເຢືອງເວືອງ. ພາບ: ເງິນເຊີນ
leftcenterrightdel
ຍິງທະນູ, ແມ່ນການລະຫຼິ້ນພື້ນເມືອງທີ່ເປັນເອກະລັກຢູ່ງານບຸນ ໂກ໋ລວາ. ພາບ: ເງິນເຊີນ
leftcenterrightdel
ການແຂ່ງຂັນມວຍປ້ຳ ໄດ້ດຶງດູດປະຊາຊົນມາເຊຍເປັນຈໍານວນຫຼວງຫຼາຍ. ພາບ: ເງິນເຊີນ

ໂດຍ: ທະນາພອນ