27 ວັດຖຸພັນ, ກຸ່ມວັດຖຸພັນ ໄດ້ຮັບຮອງແມ່ນຂອງມີຄ່າແຫ່ງຊາດລວມມີ:

1. ຊຸດເຄື່ອງມືເຮັດດ້ວຍຫີນອານເຄ, ສະໄໝ: 800.000 ປີກ່ອນໜ້ານີ້; ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນແຂວງຢາລາຍ.

2. ກອງທອງ ຕຽນໂນ້ຍ I, ສະໄໝ: ວັດທະນະທໍາດົງເຊີນ (ປະມານສັດຕະວັດທີ IV – III ກ່ອນ ຄສ); ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນແຂວງຮ່ານາມ.

3. ກອງທອງກິ໊ງຮວາ II, ສະໄໝ: ສັດຕະວັດທີ II – I ກ່ອນ ຄສ; ປະຈຸບັນໄດ້ເກັບຮັກສາໄວ້ໃນຊຸດສະສົມສ່ວນຕົວທ່ານ ຫງວຽນວັນກິ໊ງ, ນະຄອນຮ່າໂນ້ຍ).

4. ທາດທອງວັດທະນະທໍາດົງເຊີນ, ສະໄໝ: ຫ່າງຈາກນີ້ 2200 – 2300 ປີ (ສັດຕະວັດທີ III – II ກ່ອນ ຄສ); ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນຮ່ວາງຢານາມຮົ່ງ, ນະຄອນຕື່ເຊີນ, ແຂວງບັ໊ກນິງ.

5. ກອງທອງກິ໊ງຮວາ, ສະໄໝ: ສັດຕະວັດທີ III – II ກ່ອນ ຄສ; ປະຈຸບັນໄດ້ເກັບຮັກສາໄວ້ໃນຊຸດສະສົມສ່ວນຕົວທ່ານ ຫງວຽນວັນກິ໊ງ, ນະຄອນຮ່າໂນ້ຍ).

6. ລະນາດຫີນ ບິ່ງດາ, ສະໄໝ: ແຕ່ 3000 ປີກ່ອນໜ້ານີ້; ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນແຂວງດົ່ງນາຍ.

7. Mukhalinga ບາເທ, ສະໄໝ: ສັດຕະວັດທີ VI; ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນແຂວງອານຢາງ.

8. ຊ້າງຫີນແທັ່ງໂດ່ບານ, ສະໄໝ: ເຄິ່ງທ້າຍສັດຕະວັດທີ XII; ປະຈຸບັນໄດ້ວາງສະແດງຢູ່ເຂດປູຊະນີຍະສະຖານພະລາຊະວັງມະຫາກະສັດ, ຕາແສງເຍີນເຮົ້າ, ເທດສະບານເມືອງອານເຍີນ, ແຂວງບິ່ງດິ້ງ.

9. ຈານດິນເຜົາເຄືອບເພັດສອງໃບ, ສະໄໝ: ລາຊະວົງຫຼີ໊, ສັດຕະວັດທີ XI - XII; ປະຈຸບັນໄດ້ເກັບຮັກສາໄວ້ໃນຊຸດສະສົມສ່ວນຕົວຢູ່ອານບຽນ, ນະຄອນຫາຍຟ່ອງ.

10. ຈານດິນເຜົາເຄືອບສີຟ້າອົບມ່ວງ; ສະໄໝ: ລາຊະວົງເລເຊີ, ສັດຕະວັດທີ XV; ປະຈຸບັນໄດ້ເກັບຮັກສາໄວ້ໃນຊຸດສະສົມສ່ວນຕົວຢູ່ອານບຽນ, ນະຄອນຫາຍຟ່ອງ.

11. ຫົວໂຕມັງກອນລາດຊະວົງເຈິ່ນ, ສະໄໝ: ສັດຕະວັດທີ XIII; ປະຈຸບັນໄດ້ວາງສະແດງຢູ່ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ.

12. ແຜ່ນສິລາວັດເຢົ່າ (ໂງຢາທິບິ), ສະໄໝ: ປີ 1366, ລາຊະການ ດ້າຍຈິ ປີທີ 9; ປະຈຸບັນໄດ້ເກັບຮັກສາໄວ້ຢູ່ວັດເຢົ່າ, ຕາແສງດິ່ງຊ໊າ, ນະຄອນຝູຫຼີ໊, ແຂວງຮ່ານາມ.

13. ແຜ່ນສິລາວັດຕິງລື, ສະໄໝ: ວັນທີ 28 ເດືອນສິງຫາ ປີ 1648, ລາຊະການຝຸກທ໊າຍ ປີທີ 6; ປະຈຸບັນໄດ້ເກັບຮັກສາໄວ້ຢູ່ວັດຕິ໊ງລື, ຕາແສງລ໊າງເງີມ, ເມືອງຢາບິ່ງ, ແຂວງບັ໊ກນິງ.

14. ລະຄັງວັດໂຢ໊ຍ, ສະໄໝ: ເຄິ່ງທ້າຍສັດຕະວັດທີ XIV; ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນແຂວງຮ່າຕິ້ງ.

15. ໂຖທູບດິນເຜົາດອກສີຟ້າ, ສະໄໝ: ລາຊະວົງເລເຊີ, ສັດຕະວັດທີ XV; ປະຈຸບັນໄດ້ເກັບຮັກສາໄວ້ໃນຊຸດສະສົມສ່ວນຕົວຢູ່ອານບຽນ, ນະຄອນຫາຍຟ່ອງ.

16. ຮູບປັ້ນເຈົ້າແມ່ກວນອິມ ວັດກູງກ້ຽມ, ສະໄໝ: ປີ 1499, ລາຊະການຖ໊າຍຮວ່່າ ປີທີ 7; ປະຈຸບັນໄດ້ບູຊາຢູ່ວັດກູງງຽມ - ເທື້ອງຟຸກຕື້, ຕາແສງເຍີນຮວ່າ, ເມືອງ ເກ໊ຫວໍ, ແຂວງບັ໊ກນິງ.

17. ຊຸດສະສົມຖ້ວຍ, ຈານດິນເຜົາດອກສີຟ້າ ລາດຊະວົງເລເຊີ, ສະໄໝ: ສັດຕະວັດທີ XV - ຕົ້ນສັດຕະວັດທີ XVI; ປະຈຸບັນໄດ້ເກັບຮັກສາຢູ່ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ.

18. ຊຸດສະສົມອາວຸດໂຮງຮຽນຢາງຫວໍ, ສະໄໝ: ສັດຕະວັດທີ XV - XVIII; ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນຮ່າໂນ້ຍ.

19. ຖານບູຊາດິນເຜົາວິຫານອານຊ໊າ, ສະໄໝ: ປະມານສັດຕະວັດທີ XVI; ປະຈຸບັນໄດ້ເກັບຮັກສາຢູ່ວິຫານອານຊ໊າ, ຕາແສງອານວຽນ, ເມືອງຕຽນຫຼື, ແຂວງຮຶງອຽນ.

20. ຂັນທອງຈູດໄມ້ເກດສະໜາ, ຝາຮູບປັ້ນສິງໂຕນ້ອຍ, ສະໄໝ: ສັດຕະວັດທີ XVI - XVII; ປະຈຸບັນໄດ້ເກັບຮັກສາໄວ້ໃນຊຸດສະສົມສ່ວນຕົວຢູ່ອານບຽນ, ນະຄອນຫາຍຟ່ອງ.

leftcenterrightdel
ຫົວໂຕມັງກອນລາຊະວົງເຈິ່ນ, ສະໄໝ: ສັດຕະວັດທີ XIII; ປະຈຸບັນໄດ້ວາງສະແດງຢູ່ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ ໄດ້ຮັບຮອງເປັນຂອງມີຄ່າແຫ່ງຊາດ. ພາບ: ຮວ່າງແທັ່ງທັງລອງ.

21. ຂັ້ນໄດດ້ຽນກິ໊ງທຽນ, ສະໄໝ: ສັດຕະວັດທີ  XVII; ປະຈຸບັນໄດ້ວາງສະແດງຢູ່ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ.

22. ຮູບປັ້ນ ຈຸກເລິມຕາມໂຕ ວັດໂຝມິງ, ສະໄໝ: ສັດຕະວັດທີ XVII; ປະຈຸບັນໄດ້ບູຊາຢູ່ວັດໂຝມິງ, ຕາແສງລົກເວື້ອງ, ນະຄອນນາມດິ້ງ, ແຂວງນາມດິ້ງ.

23. ປືນໃຫຍ່ແຕ່ສະໄໝກ່ອນລາຊະວົງເລຈູງຮຶງ, ສະໄໝ: ສັດຕະວັດທີ XVII; ປະຈຸບັນໄດ້ວາງສະແດງຢູ່ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ.

24. ປື້ມຄໍາປະດັບຍົດຕໍາແໜ່ງພະສະໜົມ ເວືອງທ໊າຍຟິ, ສະໄໝ: ລາຊະການ ແກງຮຶງ ປີທີ 57 (1796), ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ.

25. ຮູບປັ້ນ ອານເຢືອງເວືອງ, ສະໄໝ: ວັນທີ 16 ປີ 1897; ປະຈຸບັນໄດ້ບູຊາຢູ່ເຂດປູຊະນີຍະສະຖານໂກ໊ລວາ, ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ.

26. ຮູບປັ້ນເຄິ່ງຄີງ “ປະທານໂຮ່ຈິມິນ”, ສະໄໝ: ປີ 1946; ປະຈຸບັນໄດ້ວາງສະແດງຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ.

27. ລົດຕັງ T59 ໝາຍເລກ 377, ສະໄໝ: ປີ 1972; ປະຈຸບັນໄດ້ວາງສະແດງຢູ່ຂອບເຂດສຳນັກງານຄະນະກຳມະການປະຊາຊົນເມືອງດັ໊ກໂຕ, ແຂວງກອນຕູມ.

ຂໍ້ຕົກລົງລະບຸວ່າ: ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ປະທານຄະນະກຳມະການປະຊາຊົນທຸກຂັ້ນບ່ອນທີ່ມີຂອງມີຄ່າແຫ່ງຊາດ, ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຫົວໜ້າຂະແໜງການ, ອົງການຈັດຕັ້ງໄດ້ຮັບມອບໝາຍໜ້າທີ່ຄຸ້ມຄອງຂອງມີຄ່າແຫ່ງຊາດທີ່ໄດ້ຮັບຮອງຢູ່ໃນຂອບເຂດໜ້າທີ່, ສິດອຳນາດຂອງຕົນຈົ່ງປະຕິບັດການຄຸ້ມຄອງຕໍ່ຂອງມີຄ່າແຫ່ງຊາດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ.

ໂດຍ: ແສງເດືອນ