leftcenterrightdel
ອ່າວຫ້າລອງ. ພາບ: Hanoimoi.vn

ເວັບໄຊທ່ອງທ່ຽວ Thetravel.com ຫາກໍ່ມີບົດຂຽນຊື່ນຊົມພາກພື້ນອາຊີຕາເວັນອອກສ່ຽງໃຕ້ ວ່າແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມດຶງດູດຂອງໂລກ ຍ້ອນວ່າມີຫາດຊາຍທະເລສວຍງາມ, ອາຫານການກິນແຊບນົວ ແລະຫຼາຍສິ່ງທີ່ດີເລີດ. ເວັບໄຊທ່ອງທ່ຽວທີ່ມີຊື່ສຽງນີ້ໄດ້ຍົກອອກລາຍຊື່ສະຖານທີ່ ເຊິ່ງນັກທ່ອງທ່ຽວຄວນໄປຢ້ຽມຊົມ, ໃນນ້ັນມີອ່າວຫ້າລອງ ແລະອຸມົງກູຈີ ຂອງຫວຽດນາມ ຢູ່ອັນດັບທີ 9 ແລະທີ 8 ຂອງບັນຊີລາຍຊື່.

leftcenterrightdel
ອຸມົງກູຈີ. ພາບ: Hanoimoi.vn

ຕາມເວັບໄຊ Thetravel, ອ່າວຫ້າລອງ ສວຍງາມດ້ວຍໜ້ານ້ຳທະເລທີ່ຂຽວໃສ ແລະຍາວຢຽດໄປ, ເກາະດອນຫີນປູນທີ່ຕັ້ງຢູ່ກະແຈກກະຈາຍຫຼາຍຮ້ອຍໜ່ວຍ. ອ່າວຫ້າລອງ ແມ່ນມໍລະດົກທຳມະຊາດໂລກ.

ໂດຍ: ສົມເພັດ