ບັນດາຄຸນຄ່າກ່ຽວກັບແນວຄິດວັດທະນະທໍາຂອງປະທານໂຮ່ຈີມິນ ແມ່ນສັນຍາລັກດີເດັ່ນໃຫ້ແກ່ການປະສານສົມທົບລະຫວ່າງມູນເຊື້ອວັດທະນະທໍາຂອງຊາດຫວຽດນາມ ກັບຄວາມສີວິໄລຂອງມະນຸດ, ລະຫວ່າງວັດທະນະທໍາທິດຕາເວັນອອກ ແລະທິດຕາເວັນຕົກ ແລະການຮັບເອົາຄຸນຄ່າວັດທະນະທໍາຕ່າງໆຂອງມວນມະນຸດຢ່າງມີປະສິດທິຜົນ. ນັບແຕ່ປີ 1911, ໃນການເດີນທາງໄປຊອກຫາເສັ້ນທາງກູ້ຊາດນັ້ນ, ເພິ່ນໄດ້ເຄື່ອນໄຫວ ແລະໄປຜ່ານປະເທດຕ່າງໆກວ່າ 30 ປະເທດ, ພິເສດແມ່ນມີບັນດາການເຄື່ອນໄຫວທີ່ດີເລີດຢູ່ບາງປະເທດມະຫາອໍານາດທາງດ້ານເສດຖະກິດ, ວິທະຍາສາດເຕັກນິກ ແລະວັດທະນະທໍາ. ເພິ່ນໄດ້ເຂົ້າຮ່ວມການສ້າງຕັ້ງພັກກອມມູນິດຝະລັ່ງ, ເຂົ້າຮ່ວມການເຄື່ອນໄຫວໃນກອມມູນິດສາກົນ, ແລ້ວກໍ່ແມ່ນໃນຄະນະບໍລິຫານງານ ແລະຄະນະປະທານຊາວກະສິກອນສາກົນ... ເພິ່ນເປັນຜູ້ສ້າງຕັ້ງຫຼາຍໜັງສືພິມສໍາຄັນ ແລະຂຽນຂ່າວນັບຮ້ອຍບົດດ້ວຍຫຼາຍພາສາ. ເພິ່ນກໍ່ແມ່ນເຈົ້າຂອງປຶ້ມສຳຄັນຫຼາຍເຫຼັ້ມ, ຄື:  ຄໍາຕັດສິນຂອງສານກ່ຽວກັບລະບອບລ່າເມືອງຂຶ້ນຝະລັ່ງ, ເສັ້ນທາງປະຕິວັດ, ບັນທຶກໃນຄຸກ, ຊີວິດໃໝ່, ປ່ຽນແປງວິທີເຮັດວຽກ...

leftcenterrightdel
ປະທານໂຮ່ຈີມິນ. ພາບ: baonghean.vn

ປະທານໂຮ່ຈີມິນ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບບົດບາດຂອງວັດທະນະທໍາໃນຊີວິດສັງຄົມ. ໃນຍຸກສະໄໝກ່ອນການປະຕິວັດ, ໃນສະພາບທີ່ຖືກຈໍາຄຸກຢູ່ຄຸກຈຽງໄຄເຊັກ, ເພິ່ນໄດ້ຂຽນນິຍາມກ່ຽວກັບວັດທະນະທໍາໃສ່ໃນປຶ້ມກະວີວ່າ: “ເພື່ອຄວາມຍືນຍົງຄົງຕົວກໍ່ຄືຈຸດປະສົງຂອງຊີວິດ, ມວນມະນຸດຈຶ່ງປະດິດສ້າງ ແລະປະດິດແຕ່ງພາສາ, ຕົວໜັງສື, ຄຸນສົມບັດ, ກົດໝາຍ, ວິທະຍາສາດ, ສາສະໜາ, ວັນນະຄະດີ, ສິລະປະ, ບັນດາເຄື່ອງມືອອກມາໃຫ້ແກ່ການດໍາລົງຊີວິດປະຈໍາວັນກ່ຽວກັບການນຸ່ງຖື, ການກິນ, ການຢູ່ ແລະວິທີການນໍາໃຊ້ຕ່າງໆ. ບັນດາການປະດິດຄິດແຕ່ງທັງໝົດນັ້ນໝາຍຄວາມວ່າແມ່ນວັດທະນະທໍາ".

ການປະຕິວັດເດືອນສິງຫາ ສໍາເລັດຜົນ, ກ່ອນສະພາບການປະເທດຊາດປະສົບກັບຄວາມທຸກຍາກຫຼາຍຢ່າງ, ມີສັດຕູທັງພາຍໃນ ແລະພາຍນອກ, ການດໍາລົງຊີວິດຍັງອຶດຢາກຂາດເຂີນ, ປະຊາຊົນສ່ວນຫຼາຍແມ່ນກືກໜັງສື... ທ່ານປະທານໂຮ່ຈີມິນ ແມ່ນບຸລຸດວັດທະນະທຳຜູ້ມີຊື່ສຽງ, ເພິ່ນມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບບົດບາດ ແລະກໍາລັງແຮງຂອງວັດທະນະທໍາ, ສະນັ້ນເພິ່ນຈຶ່ງຊີ້ອອກບົດບາດຂອງວັດທະນະທໍາໃນລັດຖະໂຍບາຍຂອງຊາດໄດ້ໄວກວ່ານັກການເມືອງຫຼາຍຄົນຢູ່ປະເທດຕ່າງໆ.

ປີ 1946, ໃນກອງປະຊຸມໃຫຍ່ວັດທະນະທໍາ, ເພິ່ນໄດ້ຊີ້ແຈ້ງວ່າ: “ວັດທະນະທໍາເຍືອງທາງໃຫ້ແກ່ປະຊາຊົນທັງຊາດກ້າວເດີນໄປ” ແລະໃນຕົ້ນປີທີ່ທົ່ວປວງຊົນທັງຊາດທຳການຕໍ່ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ເພິ່ນໄດ້ຂຽນປຶ້ມທີ່ມີຊື່ວ່າ  ຊີວິດໃໝ່ (ດ້ວຍນາມປາກກາເຕິນຊິງ) ແມ່ນກິດຈະກໍາໜຶ່ງທີ່ປຶກສາຫາລືກ່ຽວກັບວັດທະນະທໍາຢ່າງທັນການ ແລະແທດຈິງທີ່ສຸດ. ເພິ່ນໄດ້ຍົກໃຫ້ເຫັນແນວຄິດພື້ນຖານທີ່ມີລັກສະນະຍຸດທະສາດ: “ວັດທະນະທໍາສິລະປະກໍ່ແມ່ນສະໜາມຮົບໜຶ່ງ. ອ້າຍເອື້ອຍນ້ອງແມ່ນນັກຮົບຢູ່ສະໜາມຮົບນັ້ນ”. ເພິ່ນໄດ້ກໍານົດວ່ານັກສິລະປິນປະຕິວັດຕ້ອງແມ່ນນັກຮົບ. ນາມມະຍົດ “ນັກປະພັນນັກຮົບ” ແມ່ນນາມມະຍົດອັນສູງສົ່ງ, ມີຄວາມໝາຍສົ່ງເສີມ ແລະເນັ້ນໜັກເຖິງຄວາມຮັບຜິດຊອບຂອງຜູ້ທີ່ເຄື່ອນໄຫວໃນຂົງເຂດນີ້.  ເພິ່ນຍັງເນັ້ນໜັກວ່າວັດທະນະທໍາຕ້ອງຮັບໃຊ້ໃຫ້ຄົນເຮົາ, ເພື່ອຄົນເຮົາ. ສ້າງວັດທະນະທໍາກໍ່ແມ່ນຄວາມຮັບຜິດຊອບລວມຂອງປະຊາຊົນ... ບັນດາຄໍາຄິດເຫັນດັ່ງກ່າວຍິ່ງເປັນການສະແດງໃຫ້ເຫັນຄວາມເກັ່ງກ້າສາມາດ, ບັນດາຄວາມຄິດຍຸດທະສາດກ່ຽວກັບວັດທະນະທໍາຂອງປະທານໂຮ່ຈີມິນ ພາຍຫຼັງການປະຕິວັດສໍາເລັດຜົນ ແລະໃນການຕໍ່ຕ້ານ, ກູ້ຊາດຢ່າງທຸກຍາກລຳບາກນາໆປະການ.

ດ້ວຍທັດສະນະວັດທະນະທໍາ-ສິລະປະຕ້ອງແທດເໝາະກັບຕົວຈິງນັ້ນໄດ້ປະກອບສ່ວນເຂົ້າໃນໜ້າທີ່ກູ້ຊາດ, ເພິ່ນໄດ້ຂຽນບົດກະວີປະຕິວັດຫຼາຍບົດໃນໄລຍະທີ່ເຄື່ອນໄຫວປິດລັບ, ບັນດາບົດກະວີເຫຼົ່ານັ້ນໄດ້ສວມບົດບາດໂດຍກົງໃນຂະບວນການ ຫວຽດມິງ ແລະບັນດາບົດກະວີໄດ້ຮຽກຮ້ອງໃຫ້ກໍາມະກອນ, ຊາວກະສິກອນ, ແມ່ຍິງ, ເຍົາວະຊົນ... ເຂົ້າຮ່ວມຂະບວນການບຸກໂຈມຕີຂັບໄລ່ສັດຕູຍີ່ປຸ່ນ, ພວກຕາເວັນຕົກ.

ເພື່ອຊອກຮູ້, ຄົ້ນຄວ້າມໍລະດົກວັດທະນະທໍາຂອງປະທານໂຮ່ຈີມິນ, ພວກເຮົາເຫັນໄດ້ວ່າການປະກອບສ່ວນຂອງເພິ່ນກ່ຽວກັບວັດທະນະທໍາ-ສິລະປະແມ່ນບໍ່ຈໍາກັດໃນຂອບເຂດຂອງປະເທດຊາດເທົ່ານັ້ນ, ຫາກຍັງມີຄວາມໝາຍທາງດ້ານມວນມະນຸດອີກດ້ວຍ. ບັນດາທັດສະນະ, ແນວຄິດກ່ຽວກັບວັດທະນະທໍາຂອງເພິ່ນມີຄຸນຄ່າຍາວນານ, ບໍ່ພຽງແຕ່ສຳລັບມື້ນີ້ເທົ່ານັ້ນ, ແຕ່ຍັງໃຫ້ລູກຫຼານລຸ້ນຕ່າງໆໃນອະນາຄົດອີກດ້ວຍ.

ໂດຍ: ເກື່ອງດັ້ງ