leftcenterrightdel
ວັດບື໋ວລອງ. ພາບ: ທວາຍຟາມ

ວັດເຈິ໊ນກວ໊ກ ຕັ້ງຢູ່ເກາະທາງທິດຕາເວັນອອກຂອງໜອງໄຕ, ຂຶ້ນກັບເມືອງໄຕໂຮ່, ແມ່ນວັດເກົ່າແກ່ທີ່ສຸດຂອງດິນແດນທັງລອງ ເຊິ່ງມີອາຍຸກວ່າ 1.500 ປີ. ບໍ່ພຽງແຕ່ມີຊື່ສຽງດ້ວຍຄວາມງາມເກົ່າແກ່ເທົ່ານັ້ນ, ວັດເຈິ໊ນກວ໊ກ ຫາກຍັງມີຂົງເຂດຂຽວກວ້າງຂວາງ ແລະປອດໂປ່ງ, ສ້າງເປັນສະຖາປັດຕະຍະກຳທີ່ປະສົມກົມກຽວກັນທັງໝົດ. ວັດບື໋ວລອງ ຕັ້ງຢູ່ເມືອງ 9, ຫ່າງຈາກໃຈກາງນະຄອນໂຮ່ຈີມິນ ປະມານ 20 ກິໂລແມັດ, ມີຊື່ເອີ້ນທີ່ເປັນທາງການແມ່ນວັດໂຕ໋ດິ່ງບື໋ວລອງ. ໄດ້ຮັບການສ້າງຕັ້ງໃນປີ 1942, ມາຮອດປີ 2007, ວັດບື໋ວລອງ ໄດ້ຮັບການລົງທຶນກໍ່ສ້າງ, ປະຕິສັງຂອນ, ກາຍເປັນກິດຈະກຳສິລະປະສະຖາປັດຕະຍະກຳທີ່ພົ້ນເດັ່ນໃຫ້ແກ່ການສົມທົບກັນຢ່າງກົມກຽວຂອງວັດທະນະທຳໄທ, ອິນເດຍ ພ້ອມກັບຄວາມຍອດຍິ່ງຂອງສະຖາປັດຕະຍະກຳລາຊະວົງຫງວຽນ.

ໂດຍ: ຈາງຫງວຽນ