ສຈ.ປອ. ແພດປະຊາຊົນ ຫງວຽນແທັງລຽມ, ອະດີດຜູ້ອໍານວຍການໂຮງໝໍເດັກສູນກາງ, ໄດ້ຮັບຖືວ່າເປັນ “ຝ່າມືຄໍາ” ຂອງການຜ່າຕັດຜ່ານທໍ່ຢູ່ຫວຽດນາມ. ເປັນຜູ້ທໍາອິດທີ່ປະຕິບັດການຜ່າຕັດຜ່ານທໍ່ໃຫ້ແກ່ເດັກນ້ອຍຢູ່ຫວຽດນາມ ໃນປີ 1997, ທ່ານ ສຈ. ຫງວຽນແທັງລຽມ ໄດ້ຄົ້ນຄິດ 9 ເຕັກນິກໃໝ່, ພັດທະນາ ແລະນໍາໃຊ້ບັນດາເຕັກນິກນີ້ເຂົ້າໃນການຜ່າຕັດຜ່ານທໍ່ໃຫ້ແກ່ເດັກນ້ອຍປະສົບຜົນສໍາເລັດ. ປີ 2014, ສຈ. ຫງວຽນແທັງລຽມ ພ້ອມເພື່ອນຮ່ວມງານໄດ້ເລີ່ມຕົ້ນການຄົ້ນຄວ້າໃນຂົງເຂດໃໝ່ນີ້ຢູ່ຫວຽດນາມ: ຕັດຕໍ່ຈຸລັງເຄົ້າ. ເພິ່ນເປັນຜູ້ທໍາອິດທີ່ປະຕິບັດການຕັດຕໍ່ຈຸລັງເຄົ້າເພື່ອປິ່ນປົວພະຍາດສະໝອງພິການ ແລະພະ­ຍາດ​ໂອ​ຕິດ (Autism) ຢູ່ຫວຽດນາມ.

leftcenterrightdel
ສຈ. ປອ ຫງວຽນແທັງລຽມ ແລະ ປອ. ຫງວຽນທິຮຽບ.  ພາບ: thethaovanhoa.vn.

ໂດຍໄດ້ຮັບການເຊີດຊູຢູ່ຂົງເຂດ materials science ແມ່ນທ່ານນາງ ປອ. ຫງວຽນທິຮຽບ, ເກີດປີ 1981, ອາຈານສອນຢູ່ມະຫາວິທະຍາໄລສາກົນ (ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ). ທ່ານນາງ ປອ. ຫງວຽນທິຮຽບ ມີການປະກອບສ່ວນຫຼາຍຢ່າງກ່ຽວກັບການຄົ້ນຄວ້າໃນຂົງເຂດ Biomedical engineering  ແລະຫາກໍ່ສໍາເລັດຫົວຂໍ້ຄົ້ນຄວ້າ “ອອກແບບກາວຕິດປະເພດໜຶ່ງທີ່ສາມາດຫ້າມເລືອດ, ຕ້ານເຊື້ອແບັດທີເຣຍໄດ້ ແລະຊ່ວຍເຮັດໃຫ້ບາດແຜດີໄວ”, ເຊິ່ງແມ່ນມາດຕະການປະຖົມພະຍາບານໃຫ້ແກ່ຜູ້ດໍາລົງຊີວິດຢູ່ໄກໂຮງໝໍ.

ໂດຍ: ໄຊຊະນະ