ໃນຂອບເຂດບຸນຊ່ວງເຮືອ, ຕອນຄ່ຳວັນທີ 30 ເມສາ ແລະຕອນເຊົ້າວັນທີ 1 ພຶດສະພາ, ຄະນະຈັດຕັ້ງໄດ້ສົມທົບກັບພໍ່ແມ່ປະຊາຊົນທ້ອງຖິ່ນຈັດຕັ້ງລາຍການສະແດງຄ້ອງ ແລະລາຍການວັດທະນະທຳ, ສິລະປະຕ່າງໆ.

leftcenterrightdel
 
leftcenterrightdel
ບຸນຊ່ວງເຮືອໄມ້ລຳດຽວຢູ່ແມ່ນ້ຳໂປໂກ. ພາບ: ກວາງໂຮ່ຍ.

ບຸນຊ່ວງເຮືອໄມ້ລຳດຽວຢູ່ແມ່ນ້ຳໂປໂກ ມີຄວາມໝາຍສຳຄັນໃນການປະກອບສ່ວນເຂົ້າວຽກງານອະນຸລັກຮັກສາ, ຮັກສາຄຸນຄ່າຂອງເຮືອໄມ້ລຳດຽວ - ຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງຄົນເຢີຣາຍ. ຄຽງຄູ່ກັນນັ້ນ, ແມ່ນສ້າງເດີ່ນລະຫຼີ້ນຢ່າງປອດໃສ, ເບີກບານມ່ວນຊື່ນ, ປະກອບສ່ວນປົກປັກຮັກສາສຸຂະພາບໃຫ້ແກ່ປະຊາຊົນ ເພື່ອອອກແຮງງານທຳການຜະລິດ, ປົກປັກຮັກສາເຂດຊາຍແດນໃຫ້ມີຄວາມສະຫງົບສຸກ, ພັດທະນາ.

ໂດຍ: ແສງເດືອນ