leftcenterrightdel
ພິທີກຳໜຶ່ງໃນພິທີພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າ J'rai. ພາບ: ສໍານັກຂ່າວສານຫວຽດນາມ.

ຕັ້ງແຕ່ຮຸ່ງເຊົ້າ, ໂດຍໄດ້ຮັບການແບ່ງວຽກຈາກເຈົ້າກົກເຈົ້າເຫຼົ່າ, ໄວໜຸ່ມໃນບ້ານໄດ້ໄປຕັດໄມ້ໄຜ່, ເຫຼົາໄມ້ເຮ້ຍເພື່ອປະດັບປະດາສະຖານທີ່ບູຊາເທວະດາຟ້າແຖນ ແລະບັນດາ Pơtao Apui ທີ່ອະມະຕະ. ກ້າວເຂົ້າພິທີກໍາ, ຜູ້ຊ່ວຍວຽກທີ່ໜຶ່ງຂອງລາຊະວົງ ເຈົ້າຊີວິດໄຟທີ 14 Rơ Lan Hieo ແລະບັນດາຜູ້ຮ່ວມງານຂອງຕົນໄດ້ຖະຫວາຍເຫຼົ້າ, ຊີ້ນ ແລະເຂົ້າ, ສະແດງຄວາມເຄົາລົບນັບຖືໄຫວ້ບູຊາ ຢ່າງ, ພາວະນາຂໍສິ່ງທີ່ດີງາມທີ່ສຸດ, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອໍານວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ...

ປີ 2015, ກະຊວງວັດທະນະທໍາ - ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຮັບຮອງເອົາພິທີພາວະນາຂໍໃຫ້ຝົນຕົກຂອງຊາວເຜົ່າ J'rai ເປັນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸລະດັບຊາດ.

ໂດຍ: ໄຊຊະນະ