ຕາມການຕີລາຄາຂອງ Bussines Insider, ອ່າວຮ້າລອງ ໄດ້ສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ແຂກທ່ອງທ່ຽວ ເພາະທິວທັດທໍາມະຊາດທີ່ຫາຍາກ ແລະພູມມີປະເທດຫຼາຍຮູບຫຼາຍແບບ. ອົງການ UNESCO ໄດ້ຮັບຮອງ ອ່າວຮ້າລອງ ເປັນມໍລະດົກທໍາມະຊາດຂອງໂລກ, ດ້ວຍບັນດາຈອມພູທີ່ໃຫຍ່ໂຕມະໂຫຖານ ແລະໜ້ານໍ້າຂຽວສົດໃສ. ຢູ່ທີ່ນີ້ມີເກາະປະມານ 2.000 ແຫ່ງທີ່ຕັ້ງກະແຈກກະຈາຍໃນເນື້ອທີ່ກວ່າ 1.500 ຕາລາງກິໂລແມັດ.

leftcenterrightdel
ທິວທັດທໍາມະຊາດສວຍງາມທີ່ຫາຍາກຂອງອ່າວຮ້າລອງ ໄດ້ດຶງດູດແຂກທ່ອງທ່ຽວນັບຫຼາຍລ້ານເທື່ອຄົນມາທ່ຽວໃນແຕ່ລະປີ. ພາບ: Studio.sovanary.

ໃນຈໍານວນ 35 ສິ່ງມະຫັດສະຈັນທໍາມະຊາດສວຍງາມທີ່ສຸດໃນໂລກຕາມການຄັດເລືອກຂອງໜັງສືພິມອາເມລິກາ ຍັງມີ ປ່າຫີນ (ຈີນ), ທະເລຕາຍ (ອິດສະຣາແອນ ແລະຈໍແດນ), ບຶງ Hillier (ອົດສະຕາລີ), ຖໍ້າ Waitomo Glowworm (ນິວຊີແລນ), ຮ່ອມພູ Verdon (ຝະລັ່ງ)...

leftcenterrightdel
ຕົວເມືອງຊາປາ, ແຂວງລາວກາຍ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີຕາເວັນອອກສ່ຽງໃຕ້ ທີ່ດຶງດູດແຂກທ່ອງທ່ຽວ. ພາບ: ເຕິມໂດ໊.

ກ່ອນໜ້ານັ້ນໃນເດືອນ ມີນາ, ເວັບໄຊທ່ອງທ່ຽວ Fodor’s Travel ກໍຄັດເລືອກ ອ່າວຮ້າລອງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີຕາເວັນອອກສ່ຽງໃຕ້. ພິເສດ, ຊາປາ - ຕົວເມືອງທີ່ມີຊື່ສຽງຂອງຫວຽດນາມ ກໍນອນໃນບັນຊີລາຍຊື່ນີ້.

ໂດຍ: ໄຊຊະນະ