leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ທ່ານ Tom Corrie ຜູ້ຕາງໜ້າຄະນະປະຕິບັດງານສະຫະພາບເອີລົບ ປະຈໍາຫວຽດນາມ ໄດ້ໃຫ້ຮູ້ວ່າ, ນັບແຕ່ປີ 1985 ເປັນຕົ້ນມາ, ຂໍ້ລິເລີ່ມກ່ຽວກັບນະຄອນຫຼວງວັດທະນະທໍາເອີລົບ ແມ່ນເຄື່ອງມືທີ່ມີປະໂຫຍດທີ່ສຸດ ເພື່ອຊຸກຍູ້ ແລະໂຄສະນາປະຫວັດສາດ, ວັດທະນະທໍາຂອງບັນດາປະເທດເອີລົບ. ແນວຄວາມຄິດດັ່ງກ່າວກໍປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງບັນດານະຄອນຫຼວງ ແລະດຶງດູດນັກທ່ອງທ່ຽວໃນທົ່ວໂລກມາຢ້ຽມຊົມນັບຫຼາຍລ້ານຄົນ. 

centerrightdel
ຄວາມສວຍງາມຂອງນະຄອນ Plovdiv ຢູ່ Bulgaria. ພາບ: ຄະນະຈັດຕັ້ງສະໜອງ.

ນະຄອນຫຼວງວັດທະນະທໍາເອີລົບ ປີ 2019 ແມ່ນນະຄອນ Plovdiv ຢູ່ Bulgaria ແລະນະຄອນ Matera ຢູ່ ອີຕາລີ. ທີ່ກອງປະຊຸມຂ່າວ, ບັນດາຜູ້ແທນໄດ້ຄົ້ນຫານະຄອນຫຼວງວັດທະນະທໍາເອີລົບ ຜ່ານບັນຮູບເງົາກ່ຽວກັບປະຊາຊົນ ແລະຮູບພາບທີ່ສວຍສົດງົດງາມຂອງນະຄອນ Matera ແລະ Plovdiv. ມາຮອດປະຈຸບັນໄດ້ມີ 60 ນະຄອນແລ້ວທີ່ໄດ້ຮັບການເຊີດຊູວ່າແມ່ນ “ນະຄອນຫຼວງວັດທະນະທໍາເອີລົບ”. ນີ້ແມ່ນກາລະໂອກາດ ເພຶ່ອສ້າງເງື່ອນໄຂສະດວກໃຫ້ແກ່ເສດຖະກິດ, ວັດທະນະທໍາ, ສັງຄົມ, ພ້ອມກັນນັ້ນ, ຊ່ວຍຍົກສູງ ແລະໂຄສະນາຮູບພາບຂອງນະຄອນນັ້ນຢູ່ໃນໂລກ.

ໂດຍ: ຈາງຫງວຽນ