ຕາມການຈັດອັນດັບຂອງ wanderlust.co.uk, ວັດເຈິ໊ນກ໊ວກ ຖືກຈັດອັນດັບທີ 3 ໃນຈຳນວນ 10 ວັດ  ທີ່ມີທັດສະນີຍະພາບສວຍງາມ “ທີ່ຫາຍາກ”. ແນະນໍາກ່ຽວກັບວັດເຈິ໊ນກ໊ວກ, ໜ້າເວັບໄຊນີ້ໄດ້ຂຽນວ່າ: “ໂດຍຕັ້ງເທິງດອນນ້ອຍ, ທາງທິດຕາເວັນອອກຂອງໜອງໄຕ, ວັດເຈິ໊ນກ໊ວກ ແມ່ນວັດບູຮານທີ່ສຸດຢູ່ຮ່າໂນ້ຍ. ວັດໄດ້ມີອາຍຸກວ່າ 1.500 ປີ ແລະຫວ່າງແລ້ວນີ້ໄດ້ຮັບການຄັດເລືອກແມ່ນໜຶ່ງໃນບັນດາວັດສວຍງາມທີ່ສຸດຂອງໂລກ”.

leftcenterrightdel
ວັດບູຮານເຈິ໊ນກ໊ວກ. ພາບ: qdnd.vn.

ນີ້ບໍ່ແມ່ນຄັ້ງທໍາອິດທີ່ເວັບໄຊເປັນພາສາອັງກິດໄດ້ຍ້ອງຍໍສັນລະເສີນວັດເຈິ໊ນກ໊ວກ. ປີ 2016, ໜ້າເວັບໄຊ Daily Mail ຂອງອັງກິດ ກໍ່ໄດ້ຈັດວັດເຈິ໊ນກ໊ວກ ແມ່ນໜຶ່ງໃນຈຳນວນ 16 ວັດສວຍງາມທີ່ສຸດຂອງໂລກ .

ໂດຍ: ຈາງຫງວຽນ