leftcenterrightdel
ລາຍການໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະເພື່ອນມິດສາກົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ຮ່າໂນ້ຍ ກ່ຽວກັບການປົກປັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດສີຂຽວ. ພາບ: ໜັງສືພິມເສດຖະກິດ ແລະຕົວເມືອງ

ເຂົ້າຮ່ວມລາຍການມີຜູ້ແທນພາຍໃນປະເທດ ແລະພະນັກງານການທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະມານ 350 ຄົນໄດ້ຂີ່ລົດຖີບໄປທ່ຽວຊົມຢູ່ຖະໜົນຍ່າງອ້ອມໜອງຮວ່ານກ໊ຽມ. ນີ້ແມ່ນການເຄື່ອນໄຫວທີ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຮ່າໂນ້ຍໃນຄວາມມານະພະຍາຍາມແກ້ໄຂບັນຫາການຫັນເປັນຕົວເມືອງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບລົດຖີບໃຫ້ນັກຮຽນເກັ່ງ 10 ຄົນທີ່ຜ່ານຜ່າຄວາມຫຍຸ້ງຍາກໃນບໍລິເວນເມືອງຮວ່ານກ໊ຽມ.

ໂດຍ: ເຈິ່ນຮວ່ຽນ