leftcenterrightdel
ທີມນັກກິລາລອຍນ້ຳ ຂອງຫວຽດນາມ ຍາດໄດ້ຫຼຽນຄຳໃນຊີເກມ 32 ນີ້. ພາບ: VNN

ໃນກິລາປະເພດບານບ້ວງຍິງ ລາຍການ 3*3, ທີມກິລາຫວຽດນາມ ເອົາຊະນະ ຟີລິບປິນ ແລະຍາດໄດ້ຫຼຽນຄຳເປັນຄັ້ງທຳອິດໃນປະຫວັດສາດຊີເກມ. ນັກລອຍນ້ຳ ຟານແທງບາວ ສືບຕໍ່ສ້າງຜົນງານສະຖິຕິ ຊີເກມ ດ້ວຍ 1 ນາທີ 0,97 ວິນາທີ ໃນລາຍການລອຍກົບຊາຍ 100 ເມັດ ລອຍກົບຊາຍ. ທີມລອຍນ້ຳຕໍ່ກຳລັງ 4*200 ແມັດ ເພດຊາຍ ແລະນັກມວຍ Jujitsu ດາວຮົ່ງເຊີນ ກໍໄດ້ຍາດໄດ້ຫຼຽນຄຳໃນ ຊີເກມ 32 ນີ້.

ໄລ່ຮອດເວລາ 21 ໂມງ 30 ນາທີຂອງວັນທີ 7 ພຶດສະພາ, ຫວຽດນາມ ຢືນອັນດັບທີ 4 ໃນຕາຕະລາງຈັດອັນດັບ, ດ້ວຍຫຼຽນຄຳ 15 ຫຼຽນ. ປະເທດ ກຳປູເຈຍ ນຳໜ້າດ້ວຍ 29 ຫຼຽນ, ຖັດຈາກນັ້ນແມ່ນ ໄທ (16 ຫຼຽນ) ແລະອິນໂດເນເຊຍ ( 16 ຫຼຽນ).

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ