ປີນີ້, ທີມຊາດ ຫວຽດນາມ ມີ 35 ຄົນ, ແບ່ງເປັນ 18 ທີມ, ເຂົ້າຮ່ວມການແຂ່ງຂັນໃນລາຍການ Leanbot - ເຊິ່ງເປັນມາດຕະການ STEM Robothics ແບບໃໝ່ ໂດຍບໍລິສັດຫຸ້ນສ່ວນເຕັກໂນໂລຢີ DTT ຄົ້ນຄວ້າ ແລະພັດທະນາ. ລະອຽດ, ໃນລະດັບພື້ນຖານຂອງລາຍການ Leanbot, ທີມ ຫວຽດນາມ ຄວ້າໄດ້ຄົບທຸກລາງວັນ ນັບແຕ່ລາງວັນທີໜຶ່ງ, ລາງວັນທີສອງ, ລາງວັນທີສາມ ແລະ ລາງວັນຊົມເຊີຍ 5 ລາງວັນ.

leftcenterrightdel
ທີມຊາດຫວຽດນາມ ເຂົ້າຮ່ວມການການແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ

ການແຂ່ງຂັນ Robothon ສາກົນ 2023 ແມ່ນເຫດການປະຈຳປີ ເຊິ່ງໄດ້ຈັດຂຶ້ນໃນ 17 ປີຜ່ານມາ ດ້ວຍການເຂົ້າຮ່ວມຂອງນັກຮຽນຊັ້ນປະຖົມ ແລະມັດທະຍົມຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ເຂົ້າຮ່ວມການແຂ່ງຂັນ Robothon ສາກົນ ປີ 2023 ດ້ວຍຫົວຂໍ້ “Second Earth” - ໜ່ວຍໂລກແຫ່ງທີສອງ, ມີທັງໝົດ 101 ທີມມາຈາກ 4 ປະເທດ, ເຊິ່ງລວມມີ ຫວຽດນາມ, ໄທ, ຟີລິບປິນ ແລະມາເລເຊຍ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ