ດ້ວຍ 66 ຫຼຽນລາງວັນ, ທີມຊາດ ຄາຣາເຕ ຫວຽດນາມ ຢືນອັນດັບໜຶ່ງຢູ່ອາຊີຕາເວັນອອກສ່ຽງໃຕ້. ຢືນອັນດັບສອງແມ່ນ ໄທ ດ້ວຍ 8 ຫຼຽນຄໍາ, 10 ຫຼຽນເງິນ ແລະ 18 ຫຼຽນທອງ. ອັນດັບສາມແມ່ນອິນໂດເນເຊຍ ດ້ວຍ 8 ຫຼຽນຄໍາ, 5 ຫຼຽນເງິນ ແລະ 11 ຫຼຽນທອງ.

leftcenterrightdel
ຫວຽດນາມ ຢືນອັນດັບໜຶ່ງທົ່ວຄະນະທີ່ການແຂ່ງຂັນຊີງຊະນະເລີດ ຄາຣາເຕ ອາຊີຕາເວັນອອກສ່ຽງໃຕ້. ພາບ: Karate Journal

ບັນດາທີມເຂົ້າຮ່ວມການແຂ່ງຂັນໄດ້ແບ່ງອອກເປັນສອງສາຍແຂ່ງຂັນ ລວມມີທີມຊາດ ແລະທີມໜຸ່ມ. ນີ້ເປັນຄັ້ງທີ 10 ທີ່ການແຂ່ງຂັນໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງ 8 ທີມ: ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ກໍາປູເຈຍ, ບຣູໄນ ແລະຟີລິບຟິນ.

ນັກມວຍ ຮວ່າງທິໝີເຕິມ ຂອງຫວຽດນາມ ສ້າງຄວາມປະທັບໃຈເມື່ອຍາດໄດ້ 2 ຫຼຽນຄໍາ kumite (ຕໍ່ສູ້) ລຸ້ນນໍ້າໜັກບໍ່ເກີນ 55 ກິໂລກຣາມ ຍິງ. ລາວ ໄດ້ຕີເອົາຊະນະ 2 ນັກມວຍ Chokprasertgul Sirigamolnate (ໄທ) ແລະ Montalvo Jenelle (ຟີລິບປິນ) ທີ່ການແຂ່ງຂັນສອງສາຍ ເພື່ອຄວ້າຫຼຽນຄໍາມາໃຫ້ຫວຽດນາມ.

ໃນຂະນະນັ້ນ, ນັກມວຍ ເຈິ່ນເລເຕິ໋ນດາດ ໄດ້ຄວ້າຫຼຽນຄໍາລຸ້ນນໍ້າໜັກ 84 ກິໂລກຣາມ ຊາຍ ມາໃຫ້ທີມຊາດຄາຣາເຕ ຫວຽດນາມ. ນອກຈາກນີ້, ທີມຊາດ ຄາຣາເຕ ຫວຽດນາມ ຍັງຄວ້າໄດ້ສອງຫຼຽນຄໍາລວມໝູ່ ຄາຣາເຕ ຍິງ ແລະຊາຍ.

ດ້ວຍຜົນງານຢືນອັນດັບໜຶ່ງຢູ່ອາຊີຕາເວັນອອກສ່ຽງໃຕ້, ທີມຊາດຄາຣາເຕ ຫວຽດນາມ ມີການກະກຽມດີທີ່ສຸດໃຫ້ແກ່ຊີເກມ ຄັ້ງທີ 32 ຢູ່ ກໍາປູເຈຍ. ທີ່ ຊີເກມ 31, ທີມຊາດ ຄາຣາເຕ ຫວຽດນາມ ກໍຢືນອັບດັນໜຶ່ງທົ່ວຄະນະ ດ້ວຍ 7 ຫຼຽນຄໍາ, 2 ຫຼຽນເງິນ ແລະ 6 ຫຼຽນທອງ.

ໂດຍ: ໄຊຊະນະ