ຫວຽດນາມ - ຊີງແຊ໋ມບານໂຍນຫາດຊາຍທະເລຍິງ ອາຊີ 2023
ກປ.ອອນໄລ - ທີມບານໂຍນຍິງຫວຽດນາມ ໄດ້ສະແດງກໍາລັງແຮງທີ່ພົ້ນເດັ່ນເມື່ອຊະນະ 6 ນັດ, ຊ້ຳບໍ່ໜຳບໍ່ເສຍໄຊຈັກຕັງ ແລະຊີງແຊ໋ມໄວກວ່າໜຶ່ງຮອບເມື່ອຊະນະທີມຮົ່ງກົງ (ຈີນ).
ທີມບານໂຍນຍິງຫວຽດນາມ ຫາກໍ່ຊີງແຊ໋ມການແຂ່ງຂັນບານໂຍນຫາດຊາຍທະເລຍິງ ອາຊີ 2023 ດ້ວຍຜົນງານຊະນະທຸກນັດ.
    |
 |
ທີມບານໂຍນຍິງຫວຽດນາມ ຊີງແຊ໋ມໃນການແຂ່ງຂັນອາຊີ 2023. ພາບ: bongnem.vn |
ການແຂ່ງຂັນຊີງແຊ໋ມບານໂຍນຫາດຊາຍທະເລຍິງ ແລະຊາຍ ອາຊີ ຄັ້ງທີ 9 ດໍາເນີນຢູ່ ບາລີ, ອິນໂດເນເຊຍ ແຕ່ວັນທີ 10 ຮອດວັນທີ 19 ມີນາ. ຫວຽດນາມ ເຂົ້າຮ່ວມທັງສອງເນື້ອໃນສຳລັບນັກກິລາຍິງ ແລະຊາຍ. ທີມບານໂຍນຍິງຫວຽດນາມ ໄດ້ແຂ່ງຂັນກັບທີມອິນໂດເນເຊຍ, ຮົ່ງກົງ (ຈີນ) ແລະຟີລິບປິນ ຕາມກະຕິກາຂາໄປ-ຂາກັບ. ທີມສະແດງກໍາລັງແຮງທີ່ພົ້ນເດັ່ນເມື່ອຊະນະ 6 ນັດ, ບໍ່ເສຍໄຊຈັກຕັງ ແລະຊີງແຊ໋ມໄວກວ່າໜຶ່ງຮອບເມື່ອຊະນະທີມຮົ່ງກົງ (ຈີນ) ດ້ວຍ 2-0 ຄະແນນ ໃນວັນທີ 15 ມີນາ.
ໃນຂະນະນັ້ນ, ທີ່ເນື້ອໃນການແຂ່ງຂັນໃຫ້ນັກກິລາຊາຍ, ທີມບານໂຍນຊາຍຫວຽດນາມ ໄດ້ຜ່ານຮອບຄັດເລືອກຢືນອັນດັບສອງພາຍຫຼັງຊະນະ 4 ນັດ ຕໍ່ກູເວດ, ຈີນ, ຮົ່ງກົງ (ຈີນ) ແລະອິນໂດເນເຊຍ. ທີມເສຍໄຊ 1 ນັດ ຕໍ່ທີມໂອມານ. ທີ່ຮອບຮອງຊະນະເລີດ, ທີມບານໂຍນຊາຍຫວຽດນາມ ເສຍໄຊຕໍ່ທີມກາຕາ ດ້ວຍປະຕູ 0-2 ແລະຈະແຂ່ງຂັນກັບທີມອີຣານ ຢູ່ຮອບແຂ່ງຂັນຍາດຫຼຽນທອງໃນວັນທີ 19 ມີນາ.
ໂດຍ: ໄຊນີດາ