ເຫດການແມ່ນເພື່ອແນໃສ່ຂໍ່ານັບຮັບຕ້ອນ 77 ປີແຫ່ງວັນມູນເຊື້ອຂະແໜງກິລາກາຍຍະກໍາ, ມຸ່ງໄປເຖິງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ 2023 (SEA Games 32) ແລະງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ 2023  (ASEAN Para Games 12).

leftcenterrightdel
ຄະນະຈັດຕັ້ງ ຍ້ອງຍໍຊົມເຊີຍ, ມອບລາງວັນໃຫ້ນັກກິລາ, ຄູເຝິກທີ່ມີຜົນງານດີເດັ່ນໃນປີ 2022. ພາບ: qdnd.vn

ກ່າວຄໍາເຫັນທີ່ລາຍການ, ທ່ານ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຢັ້ງຢືນວ່າ ລາຍການ “ກຽດສະຫງ່າກິລາຫວຽດນາມ” ແມ່ນເຫດການທີ່ມີຄວາມໝາຍສໍາຄັນບໍ່ພຽງແຕ່ຍ້ອງຍໍຊົມເຊີຍບັນດານັກກິລາ, ຄູເຝິກດີເດັ່ນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຫວນຄືນໄລຍະທາງແຫ່ງການສ້າງຕັ້ງ ແລະພັດທະນາຂອງກິລາຫວຽດນາມ ໃນຕະຫຼອດຊຸມປີຜ່ານມາ. ນີ້ຈະແມ່ນຄວາມເຊື່ອໝັ້ນ, ແມ່ນກໍາລັງໜູນຊຸກຍູ້ພວກເຮົາສູ້ຊົນປະຕິບັດສໍາເລັດໜ້າທີ່ກິລາກາຍຍະກໍາສໍາຄັນ ທີ່ໄດ້ວາງອອກໃນປີ 2023 ແລະໃນຊຸມປີຕໍ່ໄປ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ໄດ້ຍ້ອງຍໍຊົມເຊີຍ, ມອບລາງວັນໃຫ້ບັນດານັກກິລາ, ຄູເຝິກທີ່ມີຜົນງານດີເດັ່ນໃນປີ 2022.

ໂດຍ: ທູຈາງ