leftcenterrightdel
ທ່ານ Philippe Troussier (ຜູ້ທີສອງ, ຈາກຊ້າຍຫາຂວາ) ຈະເປັນຫົວໜ້າຄູຝຶກຂອງທີມຊາດບານເຕະຫວຽດນາມ ຄົນໃໝ່. ພາບ: VFF

ຄາດວ່າ, ພິທີປະກາດສັນຍາ ແລະສະເໜີຕົວທ່ານ Philippe Troussier ໂດຍ VFF ຈະຈັດຕັ້ງໃນເດືອນ ກຸມພາ ນີ້. ເຖິງວ່າ VFF ຍັງບໍ່ທັນປະກາດກໍ່ຕາມ, ແຕ່ຕາມການເປີດເຜີຍ ສັນຍາຂອງທ່ານ Philippe Troussier ແມ່ນມີເວລາແຕ່ວັນທີ 1 ມີນາ 2023 ເຖິງວັນທີ 31 ກໍລະກົດ 2026, ໄດ້ຮັບເງິນເດືອນ 1,5 ລ້ານໂດລາສະຫະລັດຕໍ່ປີ (ເກືອບ 36 ຕື້ດົ່ງ).

ທ່ານ Philippe Troussier ເກີດປີ 1955, ຢູ່ຝຣັ່ງ, ທ່ານ ເປັນທີ່ຮູ້ຈັກແມ່ນເປັນນັກຊ່ຽວຊານບານເຕະທີ່ມີປະສົບການຫຼາຍ. ທ່ານ Philippe Troussier ມີເວລາເຮັດວຽກຢູ່ຫວຽດນາມ 3 ປີໃນຖານະເປັນຜູ້ອໍານວຍການດ້ານເຕັກນິກຂອງສູນກໍ່ສ້າງບານເຕະໜຸ່ມ PVF ແລະເຄີຍນໍາທີມຊາດ U.19 ຫວຽດນາມ ສາມາດເຂົ້າຮອບຊີງຊະນະເລີດການແຂ່ງຂັນບານເຕະ U.19 ອາຊີ 2020.

ໂດຍ: ໄຊຊະນະ