ກິລາຫວຽດນາມ ຕັ້ງເປົ້າໝາຍໃຫ້ໄດ້ຢູ່ໃນທອັບ 3 ທີ່ SEA Games 32
ກປ.ອອນໄລ - ຫວ່າງມໍ່ໆມານີ້, ການນໍາກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມີການເຮັດວຽກກັບກົມໃຫຍ່ກິລາ-ກາຍະກໍາ ກ່ຽວກັບວຽກງານກະກຽມງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ປີ 2023 (SEA Games 32) ຢູ່ກໍາປູເຈຍ.
    |
 |
ກິລາຫວຽດນາມ ຕັ້ງເປົ້າໝາຍໃຫ້ໄດ້ຢູ່ໃນທອັບ 3 ທີ່ SEA Games 32. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມນັ້ນແລ້ວ, ຂະແໜງກິລາຫວຽດນາມ ຕັ້ງເປົ້າໝາຍຍາດໄດ້ຫຼຽນຄໍາ 100 ຫຼຽນຂຶ້ນໄປ ແລະນອນໃນທອັບ 3 ທົ່ວຄະນະ. ພື້ນຖານເພື່ອກໍານົດເປົ້າໝາຍດັ່ງກ່າວແມ່ນຍ້ອນປະເທດກໍາປູເຈຍ ໄດ້ຍົກເລີກບາງປະເພດກິລາ, ເນື້ອໃນທີ່ມີທ່າແຮງຂອງກິລາຫວຽດນາມ ແມ່ນ: ຍິງທະນູ, ຍິງປືນ, ພາຍເຮືອ canoeing, rowing, ມວຍ ກູລັດ, ວູຊູ, aerobic,... ແລະຈໍາກັດການລົງທະບຽນແຂ່ງຂັນປະເພດກິລາມວຍ.
SEA Games 32 ຈະເປີດສາກດ້ວຍການແຂ່ງຂັນບານເຕະ ເຊິ່ງຈະດໍາເນີນໃນວັນທີ 29 ເມສາ, ພິທີໄຂຈະຈັດຂຶ້ນໃນວັນທີ 5 ພຶດສະພາ ແລະອັດລົງໃນວັນທີ 17 ພຶດສະພາ.
ໂດຍ: ທູຈາງ