leftcenterrightdel
ຄວາມເບີກບານມ່ວນຊື່ນຂອງບັນດານັກເຕະ ໃນທີມຊາດຫວຽດນາມ ເມື່ອຍິງເຂົ້າປະຕູທີມຊາດອັບການິດສະຖານ. ພາບ: ຮວາລື

ທີມຊາດຫວຽດນາມ ໄດ້ຫຼີ້ນເກມບຸກແຕ່ຫົວທີ, ໃນນາທີ ທີ 33,  ນັກເຕະ ຕວ໊ນຫາຍ ໄດ້ໃຊ້ຫົວໂໝ່ງເຂົ້າປະຕູ ເປີດປະຕູ 1-0 ໃຫ້ທີມຊາດຫວຽດນາມ. ພາຍຫຼັງເສຍປະຕູ, ທີມຊາດອັບການິດສະຖານ   ໄດ້ມານະພະຍາຍາມແຂ່ງຂັນແຕ່ກໍ່ບໍ່ສາມາດຍິງເຂົ້າປະຕູຫວຽດນາມ ໄດ້. ກົງກັນຂ້າມ, ໃນນາທີ ທີ 88, ທີມຊາດຫວຽດນາມ ຍິງເຂົ້າຕື່ມອີກໜຶ່ງປະຕູ. ສິ້ນສຸດການແຂ່ງຂັນ,  ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ  ດ້ວຍ 2-0 ປະຕູ. ໃນການແຂ່ງຂັນ, ຄູຝຶກ Park Hang-seo ໄດ້ເອົານັກເຕະໃໝ່ບາງຄົນ ລົງແຂ່ງຂັນເພື່ອເກັບກ່ຽວປະສົບການ.

ໂດຍ: ທູຈາງ