ຢູ່ຮອບຊີງຊະນະເລີດດ່ຽວຊາຍຂົວອ່ອນ 1 ແມັດ, ນັກກິລາ ຕຸ່ງເຢືອງ ແລະແທ໊ແອັ໊ງ (ຫວຽດນາມ) ບໍ່ສາມາດສ້າງສິ່ງບັງເອີນໄດ້. ຄືດັ່ງໄດ້ຄາດຄະເນໄວ້ກ່ອນ, ນັກກິລາ Tze Liang (ມາເລເຊຍ) ຍາດໄດ້ຫຼຽນຄໍາດ້ວຍ 377,70 ຄະແນນ. ທີ່ການແຂ່ງຂັນຂົວອ່ອນ 3 ແມັດ ຄູ່ຍິງ, ນັກກິລາ ເຝືອງມາຍ - ຮົ່ງແຮ້ງ ຂອງຫວຽດນາມ ຍາດໄດ້ຫຼຽນເງິນດ້ວຍ 237,57 ຄະແນນ. ໃນຂະນະນັ້ນ, Yan Yee - Ker Ying (ມາເລເຊຍ) ຍາດໄດ້ຫຼຽນຄໍາດ້ວຍ 276,30 ຄະແນນ.

ວິຊາໂຍນບານຫາດຊາຍທະເລຊາຍ (handball beach) ດໍາເນີນຢູ່ແຂວງກວາງນິງ, ທີມຫວຽດນາມ ຊະນະທີມສິງກະໂປ ດ້ວຍ 2-0 ຄະແນນ, ຜ່ານນັ້ນຊະນະໄດ້ 4 ນັດຢ່າງລຽນຕິດ. ທີ່ການແຂ່ງຂັນ kickboxing ຈັດຕັ້ງຢູ່ແຂວງບັກນິງ, ນັກມ່ວຍ ຮວ່ິງວັນຕ໊ວນ (ຫວຽດນາມ) ລອດເຂົ້າຮອບຮອງຊະນະເລີດເມື່ອຊະນະນັກກິລາ ຄໍາສະທອນ (ລາວ) ດ້ວຍ 3-0 ຄະແນນຢູ່ຮອບຄັດເລືອກ 4 ຄົນ.

leftcenterrightdel
ນັກກິລາ ເຝືອງມາຍ - ຮົ່ງແຮ້ງ ຍາດໄດ້ຫຼຽນເງິນທີ່ຊີເກມ 31. ພາບ:​ ສໍານັກຂ່າວສານຫວຽດນາມ.

ຢູ່ຫາຍຝອງ, ຄະນະທີມ rowing ຫວຽດນາມ ໄດ້ເປີດສາກການແຂ່ງຂັນຊີເກມ 31 ສໍາເລັດເມື່ອຍາດໄດ້ທີໜຶ່ງ 6/8 ການແຂ່ງຂັນຮອບຄັດເລືອກ. ໃນຂະນະນັ້ນ, ໃນການແຂ່ງຂັນບານເຕະຊາຍທີ່ດໍາເນີນຢູ່ແຂວງນາມດິ້ງ, ທີມຊາດ U.23  ລາວ ເສຍໃຫ້ທີມຊາດ U.23 ກໍາປູເຈຍ 1-4 ປະຕູ, ທີມຊາດ U.23 ໄທ ຊະນະທີມຊາດ U.23 ສິງກະໂປ ດ້ວຍ 5-0 ປະຕູ ຍືນອັນດັບທີໜຶ່ງກຸ່ມ B. ສ່ວນບານເຕະຍິງທີ່ດໍາເນີນຢູ່ແຂວງກວາງນິງ, ທີມຊາດຟີລິບປິນ ຊະນະທີມຊາດກໍາປູເຈຍ ດ້ວຍ 5-0 ປະຕູ.

ສິ້ນສຸດການແຂ່ງຂັນໃນວັນທີ 9 ພຶດສະພາ, ຄະນະກິລາມາເລເຊຍ ສືບຕໍ່ຢືນອັນດັບທີໜຶ່ງໃນຕາຕະລາງສະຫຼຸບຫຼຽນດ້ວຍ 4 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ. ຄະນະກິລາຫວຽດນາມ ຢືນອັນດັບທີສອງດ້ວຍ 2 ຫຼຽນເງິນ, 1 ຫຼຽນທອງ; ຄະນະກິລາສິງກະໂປ ຢືນອັນດັບທີສາມດ້ວຍ 1 ຫຼຽນເງິນ, 1 ຫຼຽນທອງ.

ໂດຍ:​ ໄຊນີດາ