leftcenterrightdel
 
leftcenterrightdel
ຄວາມເບີກບານມ່ວນຊື່ນຂອງທີມ futsal ຫວຽດນາມ ເມື່ອຍິງເຂົ້າປະຕູຂອງທີມ ສ.ເຊັກ. ພາບ: Getty Images

ເຖິງວ່າລົງແຂ່ງຂັນກັບທີມ futsal ສ.ເຊັກ, ເຊິ່ງເປັນທີມຢືນອັນດັບສູງກວ່າທີມຫວຽດນາມ ເຖິງ 26 ຂັ້ນໃນຕາຕະລາງຈັດອັນດັບໂລກກໍ່ຕາມ, ແຕ່ທີມ futsal ຫວຽດນາມ ໄດ້ແຂ່ງຂັນຢ່າງໝັ້ນໃຈ. ດ້ວຍການຫຼິ້ນວິທີແບບເກມບຸກ, ບຸກຕີທີ່ມີປະສິດທິຜົນ, ທີມຫວຽດນາມ ບໍ່ພຽງແຕ່ກໍ່ຄວາມຜິດຫວັງໃຫ້ແກ່ນັກເຕະຂອງທີມສ.ເຊັກ ເທົ່ານັ້ນ ຫາກຍັງຂຶ້ນນໍາທີມ ສ.ເຊັກ 1-0 ປະຕູ ດ້ວຍຜົນງານຂອງນັກເຕະ ເຈົາດວ່ານຟ໊າດ ຢູ່ເຄິ່ງເວລາ ທີ 2 ອີກດ້ວຍ. ເວລາຕໍ່ມາ, ທີມ ສ.ເຊັກ ໄດ້ຕີສະເໝີ 1-1 ປະຕູ.

ສິ້ນສຸດການແຂ່ງຂັນຮອບຄັດເລືອກ, ທີມຫວຽດນາມ ມີ 4 ຄະແນນ ເທົ່າກັບທີມຂອງ ສ.ເຊັກ ແຕ່ຢືນອັນດັບທີ 3 ຂອງສາຍ D. ເຖິງຢ່າງໃດກໍ່ຕາມ, ທີມ futsal ຫວຽດນາມ ແມ່ນທີມທໍາອິດ ຢູ່ອາຊີຕາເວັນອອກສ່ຽງໃຕ້ເຂົ້າຮອບ 1/8 FIFA Futsal World Cup 2021. ນີ້ກໍ່ແມ່ນຜົນງານ ເຊິ່ງ ຫວຽດນາມ ເຄີຍບັນລຸໄດ້ຢູ່ World Cup 2016  ທີ່ຈັດຂຶ້ນຢູ່ ໂກລົມບີ.

ຢູ່ຮອບ 1/8 ຂອງ Futsal World Cup 2021, ທີມ futsal ຫວຽດນາມ ຈະພົບກັບທີມລັດເຊຍ ໃນວັນທີ 22 ກັນຍາ 2021.

ໂດຍ: ໄຊຊະນະ