leftcenterrightdel
ພິທີອັດການແຂ່ງຂັນກິລາ Paralympic Tokyo 2020. ພາບ: ສໍານັກຂ່າວສານຫວຽດນາມ

Paralympic Tokyo 2020 ມີການເຂົ້າຮ່ວມຂອງນັກກິລາ ກວ່າ 4.400 ຄົນ ທີ່ມາຈາກ 162 ປະເທດ ແລະເຂດແຄວ້ນ ພ້ອມກັບຄະນະນັກກິລາຊາວອົບພະຍົບ. ໃນໄລຍະ 12 ວັນ ແຫ່ງການແຂ່ງຂັນຢ່າງເປັນທາງການ, ມີຫຼຽນລາງວັນ 539 ຊຸດໄດ້ມອບ ໃຫ້ 32 ປະເພດກິລາ, ໃນນັ້ນມີ 2 ປະເພດກິລາໃໝ່ ທີ່ເປັນຄັ້ງທຳອິດນຳໜ້າແຂ່ງຂັນຢູ່  Paralympic Tokyo 2020 ນັ້ນແມ່ນ: ຕີດອກປີກໄກ່ ແລະ ມວຍ taekwondo.

ສິ້ນສຸດພິທີອັດ, ທ່ານນາງ Koike Yuriko ຜູ້ວ່າການໂຕກຽວ ໄດ້ມອບທຸງ Paralympic ໃຫ້ແກ່ທ່ານນາງ Anne Hidalgo ຜູ້ວ່າການ ປາຣີ ຊຶ່ງແມ່ນນະຄອນຈັດຕັ້ງ Paralympic 2024.

ແຫຼ່ງຄັດຈາກ: vovworld.vn