ເຖິງວ່າຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຄັ່ງຄັດກໍຕາມ ແຕ່ກໍບໍ່ເຮັດໃຫ້ຄວາມສົມກຽດ ແລະຄວາມຟົດຟື້ນຂອງພິທີດັ່ງກ່າວຖືກຫຼຸດລົງ. ນອກຈາກການຍິງບັ້ງໄຟດອກທີ່ແຈ້ງສະຫວ່າງທົ່ວທ້ອງຟ້າໂຕກຽວແລ້ວ, ສະໜາມກິລາ Olympic ກໍຄຶກຄື້ນມ່ວນຊື່ນດ້ວຍລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນຂອງປະເທດປະຈຳຖິ່ນອີກດ້ວຍ. ພາຍຫຼັງການແນະນຳ 33 ປະເພດກິລາທີ່ໄດ້ແຂ່ງຂັນໃນງານມະຫາກຳກິລາ 2020, ຄະນະນັກກິລາ 206 ຄະນະໄດ້ເຂົ້າຮ່ວມພິທີເດີນຂະບວນຢູ່ສະໜາມກິລາ. ຄະນະນັກກິລາຫວຽດນາມ ມີນັກກິລາທັງໝົດ 18 ຄົນໂດຍເຂົ້າຮ່ວມການແຂ່ງຂັນໃນ 11 ປະເພດກິລາດ້ວຍຄວາມຕັດສິນໃຈສູງເພື່ອຍາດໄດ້ຜົນງານທີ່ດີທີ່ສຸດ.

leftcenterrightdel
ຄະນະນັກກິລາຫວຽດນາມ ທີ່ພິທີໄຂ. ພາບ: vtv.vn.

ຕາມຫົວຂໍ້ຂອງງານມະຫາກຳກິລາ ແມ່ນເຊື່ອມຈອດກັນດ້ວຍຄວາມປະທັບໃຈ, ສະນັ້ນ, ນອກຈາກບັນຍາກາດທີ່ຟົດຟື້ນມ່ວນຊື່ນຂອງລາຍການສະແດງສິລະປະຕ່າງໆ, ຄະນະຈັດຕັ້ງໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາບຸກຄົນທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ໃນທົ່ວໂລກ. ຄຳຂວັນຂອງງານມະຫາກຳກິລາຄັ້ງນີ້ກໍໄດ້ຮັບການປັບປຸງໃຫ້ກາຍເປັນ “ໄວກວ່າ, ສູງກວ່າ, ແຮງກວ່າ ແລະຮ່ວມກັນ” ເຊິ່ງເໝືອນດັ່ງຄຳບອກເຕືອນກ່ຽວກັບຄວາມສາມັກຄີພ້ອມກັນຮັບມືກັບສິ່ງທ້າທາຍທົ່ວໂລກ. ກ່າວຄຳເຫັນທີ່ພິທີ, ທ່ານ Seiko Hashimoto ປະທານຄະນະຈັດຕັ້ງ Olympic ຍີ່ປຸ່ນ ຢັ້ງຢືນວ່າ ການຈັດຕັ້ງງານມະຫາກຳກິລາ ກໍເປັນສານຢ່າງແຮງທີ່ຢາກຝາກເຖິງປະຊາຊົນທຸກຄົນໃນທົ່ວໂລກ ເພື່ອເອົາໄຊຊະໂລກລະບາດ. ຍີ່ປຸ່ນ ຫວັງວ່າ Olympic ຈະເຊື່ອມຈອດກັນດ້ວຍເນື້ອໃນຈິດໃຈຫຼັກໆແມ່ນ “ເຊື່ອມຈອດກັນດ້ວຍຄວາມປະທັບໃຈ”.

ແຫຼ່ງຄັດຈາກ: vovworld.vn