leftcenterrightdel
ນັກຍິງທະນູ ຫງວຽນຮວ່າງຟີ ແລະໂດ້ທິແອ໊ວງຫງວຽດ ຕັ້ງໜ້າຝຶກແອບ. ພາບ: ທູເຊິມ.

ທີ່ລາຍການລອຍນໍ້າ, ນັກກິລາ ຫງວຽນຮຸຍຮວ່າງ ໄດ້ຝຶກແອບໃນເວລາ 10 ໂມງເຊົ້າ. ນັກພາຍເຮືອສອງຄົນແມ່ນ ເລື່ອງທິທ໋າວ ແລະດິງທິຮ໋າວ ກໍ່ເລີ່ມຝຶກແອບຢູ່ເຂດອ່າວ ໂຕກຽວ. ນັກຕີດອກປີກໄກ່ສອງຄົນແມ່ນ ຫງວຽນຕ໊ຽນມິງ ແລະຫງວຽນທຸ່ຍລິງ ໄດ້ຝຶກແອບຢູ່ຫ້ອງ gym ດ້ວຍການແລ່ນ ແລະຍົກນ້ຳໜັກ. ນັກຍິງທະນູສອງຄົນແມ່ນ ຫງວຽນຮວ່າງຟີ ແລະ ໂດ້ທິແອ໊ວງຫງວຽດ ກໍ່ໄດ້ເລີ່ມຝຶກແອບ. ສ່ວນ boxing, ຄະນະຝຶກແອບໄດ້ໃຫ້ນັກກິລາຊາຍ ຫງວຽນວັນເດືອງ ຝຶກແອບປ້ອງກັນກັບນັກກິລາຍິງ ຫງວຽນທິເຕິມ. ກ່ອນໜ້ານັ້ນ, ພາຍຫຼັງສໍາເລັດລະບຽບການເຂົ້າບ້ານນັກກິລາ, ຄະນະຈັດຕັ້ງໄດ້ມອບໂທລະສັບ Sam Sung A21 ຈຳນວນ 18 ໜ່ວຍ ໃຫ້ນັກກິລາຫວຽດນາມ 18 ຄົນທີ່ໄດ້ເຂົ້າຮ່ວມການແຂ່ງຂັນ Olympic Tokyo 2020. ນອກຈາກນັ້ນ, ເພື່ອແນໃສ່ໜູນຊ່ວຍການເຄື່ອນໄຫວຂອງຄະນະນັກກິລາຫວຽດນາມ, ສະມາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ກໍ່ໄດ້ອຸປະຖໍາເຄື່ອງແຈກ wifi ໃຫ້ສະມາຊິກຂອງຄະນະນັກກິລາທັງໝົດ.

ໂດຍ: ຈາງຫງວຽນ