ຫງວຽນກວາງຫາຍ ລອດເຂົ້າ top ນັກເຕະບານ 500 ຄົນທີ່ມີຜົນສະທ້ອນຂອງບານເຕະໂລກ
ກປ.ອອນໄລ - ໃນການຄັດເລືອກເອົານັກເຕະບານ 500 ຄົນທີ່ມີຜົນສະທ້ອນຂອງບານເຕະໂລກ, ໜັງສືພິມ World Soccer ໄດ້ເລືອກເອົານັກເຕະບານແນວໜ້າ ຫງວຽນກວາງຫາຍ ເຂົ້າໃນບັນຊີລາຍຊື່ນີ້.
World Soccer ແມ່ນໜັງສືພິມກິລາທີ່ມີອິດທິພົນຊື່ສຽງມາແຕ່ດົນນານຢູ່ລາຊະອານາຈັກ ອັງກິດ. ເພື່ອເລືອກເອົານັກເຕະບານ 500 ຄົນທີ່ມີຜົນສະທ້ອນທ່ີສຸດໃນໂລກ, World Soccer ໄດ້ອີງຕາມບັນດາມາດຖານແມ່ນກໍາລັງແຮງຂອງທີມບານເຕະທີ່ນັກເຕະບານເປັນສະມາຊິກ, ພື້ນຖານການບານເຕະເຊິ່ງສະໂມສອນນັ້ນພວມເຂົ້າຮ່ວມການແຂ່ງຂັນ, ຜົນສະທ້ອນຂອງນັກເຕະບານຢູ່ສະໂມສອນນັ້ນກໍ່ຄືຢູ່ບັນດາທີມຊາດ...
    |
 |
ນັກເຕະບານ ຫງວຽນກວາງຫາຍ (ເບື້ອງຂວາ) ເຊິ່ງ AFC ຕີລາຄາວ່າແມ່ນ “ນັກເຕະຫລີ້ນໃນຕຳແໜ່ງປີກຊ້າຍດີທີ່ສຸດ” ຮອບຊີງຊະນະເລີດ U.23 ອາຊີ ປີ 2018. ພາບ: AFC. |
ທີ່ຮອບຊີງຊະນະເລີດ U.23 ອາຊີ ປີ 2018, ນັກເຕະບານ ຫງວຽນກວາງຫາຍ ຍິງເຂົ້າປະຕູໄດ້ 5 ລູກ, ປະກອບສ່ວນຢ່າງໃຫຍ່ຫຼວງຊ່ວຍໃຫ້ທີມບານເຕະຂອງຄູຝຶກ Park Hangseo ຍາດໄດ້ອັນດັບທີສອງຂອງທະວີບ. ການຍິງລູກໂທດເຂົ້າປະຕູຂອງ U.23 Uzbekistan ໃນຮອບຊີງຊະນະເລີດຂອງນັກເຕະບານ ຫງວຽນກວາງຫາຍ ໄດ້ຮັບການຄັດເລືອກວ່າແມ່ນລູກບານທີ່ຍິງເຂົ້າປະຕູງາມທີ່ສຸດໃນການແຂ່ງຂັນ.
ແປໂດຍ: ຈາງຫງວຽນ