leftcenterrightdel
ບັນຍາກາດທີ່ພິທີເປີດ. ພາບ: vov.vn

ການສອບເສັງໂດຍກະຊວງສຶກສາ ແລະກໍ່ສ້າງ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ສົມທົບກັບສະມາຄົມເມການິກວິທະຍາຫວຽດນາມ ແລະສະມາຄົມນັກສຶກສາຫວຽດນາມ ຈັດຕັ້ງ. ປີນີ້, ການສອບເສັງໄດ້ດຳເນີນຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ມະຫາວິທະຍາໄລສັບພະວິຊາ (ມະຫາວິທະຍາໄລດ່ານັງ) ແລະມະຫາວິທະຍາໄລສັບພະວິຊາ (ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ). ມີນັກສຶກສາ 1.154 ຄົນທີ່ມາຈາກ 35 ມະຫາວິທະຍາໄລ, ມະຫາວິທະຍາໄລເຕັກນິກ ແລະສະຖາບັນໃນທົ່ວປະເທດ ເຂົ້າຮ່ວມການສອບເສັງວິຊາເມການິກວິທະຍາເຕັກນິກ, ຄວາມເຂັ້ມແຂງຂອງວັດສະດຸ, ໂຄງສ້າງຂອງເມການິກວິທະຍາ, ໄຮໂດຼລິກ, ເມການິກວິທະຍາກ່ຽວກັບດິນ, ຫຼັກການຂອງເຄື່ອງຈັກ, ລາຍລະອຽດຂອງເຄື່ອງຈັກ ແລະການນຳໃຊ້ຄອມພິວເຕີເຂົ້າໃນເມການິກວິທະຍາ.

ໂດຍ: ໄຊນີດາ