ທີ່ການເຮັດວຽກ, ຄະນະປະຕິບັດງານກະຊວງສຶກສາທິການ ແລະກິລາລາວ ໄດ້ຊອກຮູ້ກ່ຽວກັບຮູບແບບອາຊີວະສຶກສາ - ສຶກສານອກໂຮງຮຽນຂອງນະຄອນ ລາວກາຍ, ການສຶກສາວິຊາຊີບໃຫ້ແກ່ຜູ້ອອກແຮງງານຢູ່ຊົນນະບົດ...

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: Baolaocai.vn

ສູນອາຊີວະສຶກສາ - ສຶກສານອກໂຮງຮຽນນະຄອນລາວກາຍ ມີພາລະບົດບາດສຶກສາວິຊາຊີບ, ການສຶກສານອກໂຮງຮຽນ ແລະປະຕິບັດການບໍລິການວຽກເຮັດງານທຳໃນບໍລິເວນນະຄອນ. ກ່ຽວກັບໜ້າທີ່ສຶກສາວິຊາຊີບ, ສູນມີພາລະບົດບາດ, ໜ້າທີ່ສຶກສາວິຊາຊີບຂັ້ນປະຖົມ ແລະສຶກສາວິຊາຊີບໄລຍະ 3 ເດືອນລົງມາ, ຈັດຕັ້ງການຝຶກອົບຮົມ ແລະສຶກສາວິຊາຊີບໃຫ້ແກ່ຜູ້ອອກແຮງງານ, ສົມທົບກັນການຮັບສະໝັກນັກຮຽນ ແລະເຊື່ອມຕໍ່ກັບການສຶກສາຊັ້ນກາງ ແລະວິທະຍາໄລ.

ທີ່ການເຮັດວຽກ, ຜູ້ຕາງໜ້າພະແນກສຶກສາ ແລະກໍ່ສ້າງ ນະຄອນລາວກາຍ ແລະຄະນະປະຕິບັດງານກະຊວງສຶກສາທິການ ແລະກິລາ  ສປປ ລາວ ໄດ້ແນະນຳກ່ຽວກັບຂົງເຂດສຶກສາຂອງທ້ອງຖິ່ນ, ປະເທດຕົນ, ພ້ອມທັງ, ຢັ້ງຢືນການຢ້ຽມຢາມ ແລະເຮັດວຽກເພື່ອຊ່ວຍໃຫ້ສອງຝ່າຍນັບມື້ນັບມີຄວາມເຂົ້າໃຈກ່ຽວກັບກິດຈະກຳ, ຮູບແບບການສຶກສາຂອງກັນກວ່າອີກ, ຈາກນັ້ນຈະມີໂຄງການຊ່ວຍເຫຼືອ, ຮ່ວມມືເພື່ອພ້ອມກັນພັດທະນາ.

ລາຍການດັ່ງກ່າວຍັງເປັນການເຄື່ອນໄຫວທີ່ມີຄວາມໝາຍເຮັດໃຫ້ສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ ເລິກເຊິ່ງກວ່າອີກ, ພ້ອມກັນເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບໃຫ້ໝັ້ນຄົງ ແລະນັບມື້ນັບພັດທະນາຢ່າງຈົບງາມ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກະຊວງສຶກສາທິການ ແລະກິລາລາວ ກໍ່ໄດ້ຢ້ຽມຊົມບັນດາຫ້ອງຮຽນ, ຫ້ອງຝຶກຫັດ ແລະຫ້ອງສຶກສາວິຊາຊີບຢູ່ສູນອາຊີວະສຶກສາ - ສຶກສານອກໂຮງຮຽນນະຄອນລາວກາຍ.

ໂດຍ: ຈາງຫງວຽນ