ໃນຂອບເຂດຄ້າຍພັກແລ້ງ, ບັນດານັກສຶກສາໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດໂຮງຮຽນ ຢຸກແທັງ, ເຊິ່ງແມ່ນບ່ອນທີ່ປະທານ ໂຮ່ຈີມິນ ໄດ້ສ້າງຂີດໝາຍສຳຄັນໃນການເດີນທາງຊອກຫາເສັ້ນທາງກູ້ຊາດ ແລະໂຄງການກໍ່ສ້າງ ຫໍນໍ້າຟານທຽດ ເຊິ່ງແມ່ນໂຄງການກໍ່ສ້າງສະຖາປັດຕະຍະກໍາທີ່ມີຊື່ສຽງ ເຊິ່ງໄດ້ຮັບການອອກແບບໂດຍປະທານ ສຸພານຸວົງ.

leftcenterrightdel
ຄະນະຜູ້ແທນຖ່າຍຮູບຢູ່ຫໍພິພິທະພັນໂຮ່ຈີມິນ ສາຂາແຂວງບິ່ງທ້ວນ. ພາບ: doanthanhnien.vn

ເມື່ອໄປຮອດໝູ່ບ້ານຫາປາ ໝຸຍແນ໋, ບັນດານັກສຶກສາ ໄດ້ເຂົ້າຮ່ວມການເຄື່ອນໄຫວທໍາຄວາມສະອາດເຮັດອະນາໄມສິ່ງແວດລ້ອມ ເພື່ອແນໃສ່ສ້າງຮູບພາບທີ່ສວຍງາມໃນສາຍຕາຂອງນັກທ່ອງທ່ຽວ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນ ພ້ອມກັນກະທໍາເພື່ອສະພາບແວດລ້ອມທະເລສີຂຽວ, ສະອາດ, ສວຍງາມ. ນອກຈາກນັ້ນ, ໃນໂອກາດນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຍັງໄດ້ມອບທຶນການສຶກສາ 15 ທຶນ ໃຫ້ແກ່ຊາວໜຸ່ມເຍົາວະຊົນ ແລະນັກສຶກສາຢູ່ແຂວງ ບິ່ງທ້ວນ.

leftcenterrightdel
ບັນດານັກສຶກສາ ເຂົ້າຮ່ວມການທໍາຄວາມສະອາດເຮັດອະນາໄມ, ເກັບຂີ້ເຫຍື້ອຢູ່ບ້ານຫາປາ ໝຸຍແນ໋. ພາບ: doanthanhnien.vn

ຄ້າຍພັກແລ້ງພົບປະແລກປ່ຽນນັກສຶກສາ ຫວຽດນາມ - ລາວ - ກໍາປູເຈຍ ປີ 2024 ແມ່ນກິດຈະກຳປະຈຳປີ, ໄດ້ຈັດຂຶ້ນໃນໂອກາດບຸນປີໃໝ່ປະຈໍາຊາດຂອງປະຊາຊົນລາວ ບັນດາເຜົ່າ ແລະບຸນເຕັດ Chaul Chnam Thmay ຂອງຊາວກຳປູເຈຍ. ເປົ້າໝາຍຂອງຄ້າຍພັກແລ້ງ ແມ່ນເພື່ອສ້າງບ່ອນຫຼິ້ນທີ່ມີປະໂຫຍດ ແລະມີຄວາມໝາຍເພື່ອໃຫ້ນັກສຶກສາມີກາລະໂອກາດແລກປ່ຽນວັດທະນະທຳ, ມີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສ້າງການຮ່ວມມືລະຫວ່າງອົງການຊາວໜຸ່ມຂອງ 3 ປະເທດ.

ຈາກການຊອກຮູ້ວັດທະນະທຳທີ່ເປັນເອກະລັກສະເພາະ ແລະເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ນັກສຶກສາໄດ້ມີໂອກາດເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະປະຊາຊົນຂອງກັນຕື່ມອີກ.

ໂດຍ: ທູຈາງ