ເຫດການດັ່ງກ່າວໄດ້ຈັດຂຶ້ນຢູ່ໃນຂອບເຂດຂອງມະຫາວິທະຍາໄລຫ້ອງການການຄ້າໄທ (UTCC) ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບາງມະຫາວິທະຍາໄລໄທ ແລະບໍລິສັດ, ກຸ່ມບໍລິສັດຫຼາຍແຫ່ງຂອງ ໄທ ທີ່ດຳເນີນທຸລະກິດຢູ່ຫວຽດນາມ, ພ້ອມກັບບັນດານັກສຶກສາໄທ ແລະນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ໄທ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນຕ້ອນຮັບເຫດການເຊື່ອມຕໍ່ການສຶກສາຄັ້ງທຳອິດລະຫວ່າງສອງປະເທດ, ທ່ານ ຟານຈີ໊ແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ເນັ້ນໜັກວ່າ ແຫຼ່ງຊັບພະຍາກອນມະນຸດແມ່ນຂໍກຸນແຈທີ່ສຳຄັນໃນທຸກຂົງເຂດຮ່ວມມື, ສະນັ້ນການປຶກສາຫາລືກ່ຽວກັບບັນຫາຮ່ວມມືດ້ານການສຶກສາ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອກະກຽມໃຫ້ການພົວພັນທີ່ນັບມື້ນັບພັດທະນາຢ່າງດີງາມລະຫວ່າງຫວຽດນາມ ແລະ ໄທ ແມ່ນຈຳເປັນທີ່ສຸດ.

ທ່ານເອກອັກຄະລັດຖະທູດ ຟານຈີ໊ແທ່ງ ເຊື່ອໝັ້ນວ່າ ຈະມີນັກສຶກສາຫວຽດນາມ ຫຼາຍຄົນໄປຮ່ຳຮຽນຢູ່ໄທ ເມື່ອຮູ້ຂໍ້ມູນກ່ຽວກັບບັນດາຮາກຖານການສຶກສາຂອງໄທ, ສະນັ້ນສອງຝ່າຍຕ້ອງຊຸກຍູ້ການຮ່ວມມື ແລະມຸ່ງໄປເຖິງເປົ້າໝາຍເພີ່ມຈຳນວນນັກສຶກສາຫວຽດນາມ ທີ່ຮ່ຳຮຽນຢູ່ໄທ ໃຫ້ຂຶ້ນເຖິງ 5.000 ຄົນ ໃນອະນາຄົດ.

ໂດຍຢືນຢັນວ່າ ການສຶກສາມີບົດບາດສຳຄັນໃນການເຕີບໂຕ ແລະການພັດທະນາຂອງແຕ່ລະປະເທດ, ທ່ານ Sanan Angubolkul ຫົວໜ້າຫ້ອງການການຄ້າໄທ ທັງເປັນປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ ຖືວ່າ ກອງປະຊຸມສໍາມະນາແມ່ນໂອກາດທີ່ດີທາງດ້ານວິຊາການ, ພ້ອມທັງເປັນໄລຍະເວລາທີ່ດີໃນການເຊື່ອມຕໍ່ກັບບັນດາວິສາຫະກິດ ແລະສິ່ງນີ້ຈະຊ່ວຍຊຸກຍູ້ການພົວພັນລະຫວ່າງນັກທຸລະກິດໄທ ແລະຫວຽດນາມ ໃຫ້ແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ.

ຕາມຂໍ້ມູນຂອງກະຊວງມະຫາວິທະຍາໄລ, ວິທະຍາສາດ, ຄົ້ນຄວ້າ ແລະປະດິດສ້າງຂອງໄທ, ປະຈຸບັນ, ນັກສຶກສາຫວຽດນາມ ຢູ່ໄທ ຖືກຈັດຢູ່ອັນດັບທີ 5 ກ່ຽວກັບຈໍານວນຄົນ, ຖັດຈາກຈີນ, ມຽນມາ, ກຳປູເຈຍ ແລະລາວ. ມະຫາວິທະຍາໄລໄທ ຫຼາຍແຫ່ງກໍ່ມີການພົວພັນຮ່ວມມື, ແລກປ່ຽນກັບມະຫາວິທະຍາໄລຫວຽດນາມ ຫຼາຍແຫ່ງ.

ໂດຍ: ຈາງຫງວຽນ