ທີ່ເຫດການ, ທ່ານ ຟານແອັງເຊີນ ປະທານ VUFO ໄດ້ແບ່ງປັນຂໍ້ມູນໂດຍສັງເຂບກ່ຽວກັບວຽກງານພົວພັນຕ່າງປະເທດ ແລະການທູດປະຊາຊົນ; ລະບົບ, ກົງຈັກການຈັດຕັ້ງ ແລະການເຄື່ອນໄຫວຂອງ VUFO; ພ້ອມທັງ, ສະເໜີບາງຮູບແບບ ແລະເນື້ອໃນການຮ່ວມມືລະອຽດລະຫວ່າງ VUFO ກັບບັນດາມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ.

leftcenterrightdel
ບັນຍາກາດທີ່ເຫດການພົບປະ ແລະແບ່ງປັນຂໍ້ມູນຂ່າວສານ. ພາບ: qdnd.vn

ຕີລາຄາສູງຂໍ້ມູນຂ່າວສານທີ່ມີປະໂຫຍດເຊິ່ງທ່ານປະທານ ຟານແອງເຊີນ ໄດ້ແບ່ງປັນ, ປອ ຫງວຽນທິຖິ່ນ, ຮອງຫົວໜ້າສະຖາບັນການທູດ ສະແດງຄວາມປາດຖະໜາວ່າ ການພົບປະ ແລະແບ່ງປັນຂໍ້ມູນຂ່າວສານລະຫວ່າງ VUFO ກັບບັນດາມະຫາວິທະຍາໄລ, ວິທະຍາໄລຈະຈັດຕັ້ງປະຈຳປີ. ປອ ຫງວຽນທິຖິ່ນ ໃຫ້ຮູ້ວ່າ: “ສິ່ງດັ່ງກ່າວຈະຊ່ວຍສ້າງເວທີປາໄສ ເພື່ອແລກປ່ຽນບົດຮຽນ, ປະສົບການທີ່ມີປະໂຫຍດໃນການຊຸກຍູ້ ແລະເພີ່ມທະວີການເຄື່ອນໄຫວການທູດລະຫວ່າງປະຊາຊົນຢູ່ບັນດາຮາກຖານການສຶກສາຄືມະຫາວິທະຍາໄລ, ເປັນຕົ້ນແມ່ນໃນສະພາບທີ່ມະຫາວິທະຍາໄລຫຼາຍແຫ່ງຢູ່ຫວຽດນາມ ມີນັກສຶກສາສາກົນພວມຮ່ຳຮຽນ”.

ໂດຍ: ທູຈາງ